ຮູ້ກັນຫຼືບໍ່ວ່າ? ສະໜາມບິນສາກົນວັດໄຕ—ປະຕູດ່ານທຳອິດທີ່ຕ້ອນຮັບແຂກບ້ານແຂກເມືອງ ແລະ ເປັນຫົວໃຈຫຼັກໃນການເຊື່ອມໂຍງລາວເຮົາກັບສາກົນ ກຳລັງຈະໄດ້ຮັບການຍົກລະດັບໃຫ້ທັນສະໄໝ ແລະ ປອດໄພຍິ່ງຂຶ້ນກວ່າເກົ່າ!
ລັດຖະບານຍີ່ປຸ່ນ ໄດ້ໃຫ້ຄວາມຊ່ວຍເຫຼືອລ້າເພີ່ມອີກ 1.027 ຕື້ເຢນ ເພື່ອໃຫ້ໂຄງການປັບປຸງສະໜາມບິນສາກົນວັດໄຕ. ການເພີ່ມງົບໃນຄັ້ງນີ້ ເຮັດໃຫ້ມູນຄ່າການຊ່ວຍເຫຼືອລ້າທັງໝົດທີ່ຍີ່ປຸ່ນມອບໃຫ້ ເພີ່ມຂຶ້ນສູງເຖິງ 3.863 ຕື້ເຢນ (ຫຼື ປະມານ 26,5 ລ້ານໂດລາສະຫະລັດ) ຢ່າງເປັນທາງການຈະມາຊ່ວຍຮັບມືກັບຄ່າໃຊ້ຈ່າຍດ້ານການກໍ່ສ້າງ ແລະ ການຈັດຊື້ທີ່ເພີ່ມຂຶ້ນ ເພື່ອໃຫ້ວຽກງານທຸກຢ່າງສຳເລັດຕາມມາດຕະຖານດີເດັ່ນ ແລະ ທັນຕາມກຳນົດເວລາ.
ພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອລ້າສະບັບດັດແກ້ດັ່ງກ່າວ ໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 20 ສິງຫາ 2026 ຢູ່ທີ່ ກົມຮ່ວມມື ແລະ ການເງິນສາກົນ, ກະຊວງການເງິນ. ໂດຍມີ ທ່ານ ປອ ວົງຄຳແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ຕາງໜ້າໃຫ້ລັດຖະບານລາວ ແລະ ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການ JICA ປະຈຳລາວ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ເປັນຜູ້ລົງນາມ
ງົບປະມານກ້ອນນີ້ ຈະຖືກນຳໄປໃຊ້ເຂົ້າໃນການ:
ຂະຫຍາຍອາຄານສະໜາມບິນໃຫ້ກວ້າງຂວາງ ແລະ ສະດວກສະບາຍກວ່າເກົ່າ.
ຟື້ນຟູ-ປັບປຸງທາງລົດແທັກຊີ (Taxiway) ແລະ ບ່ອນຈອດຍົນໃຫ້ແຂງແຮງ.
ຕິດຕັ້ງລະບົບແສງສະຫວ່າງສະໜາມບິນໃໝ່ທັງໝົດ ເພື່ອເພີ່ມຄວາມປອດໄພໃນການບິນຂຶ້ນ-ລົງ.
ໂຄງການນີ້ ເປັນໜຶ່ງໃນຈິກຊໍ (Jigsaw) ໃບສຳຄັນ ທີ່ຈະມາຊຸກຍູ້ໃຫ້ ສປປ ລາວ ບັນລຸເປົ້າໝາຍການຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ (Land-locked) ໄປສູ່ການເປັນ “ປະເທດເຊື່ອມຕໍ່ (Land-linked)” ຢ່າງສົມບູນແບບ. ທັງຍັງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030) ເພື່ອຍົກລະດັບການບໍລິການຜູ້ໂດຍສານ, ກະຕຸ້ນເສດຖະກິດ, ການທ່ອງທ່ຽວ, ແລະ ເປີດກວ້າງການເຊື່ອມຕໍ່ກັບພາກພື້ນ ແລະ ສາກົນຢ່າງໝັ້ນຄົງ
ທີ່ມາ: ໜັງສືພິມ ວຽງຈັນໃໝ່


