ແຂວງເຊກອງ ໄດ້ຮັບການເລືອກໃຫ້ເປັນຕົວແທນ “ເມືອງແຫ່ງສະເໜ່” ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງຈີນ-ອາຊຽນ (CAEXPO) ທີ່ນະຄອນໜານໜິງ, ສປ ຈີນ ເຊິ່ງມີກຳນົດຈັດຂຶ້ນໃນວັນທີ 17-21 ກັນຍາ 2026.
ເພື່ອກະກຽມຄວາມພ້ອມສຳລັບງານດັ່ງກ່າວ, ແຂວງເຊກອງ ນຳໂດຍ ທ່ານ ນາງ ເພັດດາວອນ ວາດສະຫງ່າ ຫົວໜ້າຫ້ອງວ່າການແຂວງເຊກອງ ແລະ ທ່ານ ກຸສິມ ຈັນທະປັນຍາ ຮອງຫົວໜ້າກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມເຮັດວຽກກັບຄະນະຮັບຜິດຊອບງານ CAEXPO ທີ່ນະຄອນໜານໜິງ.
ໃນໂອກາດນີ້ ແຂວງເຊກອງ ໄດ້ເຊັນສັນຍາກັບບໍລິສັດກໍ່ສ້າງບູດວາງສະແດງ “ເມືອງແຫ່ງສະເໜ່ແຂວງເຊກອງ” ເພື່ອອອກແບບ ແລະ ກໍ່ສ້າງບູດໃຫ້ມີຄວາມສວຍງາມ, ທັນສະໄໝ ແລະ ສື່ເຖິງເອກະລັກອັນໂດດເດັ່ນຂອງແຂວງ ໃຫ້ສົມກັບການເປັນ “ເມືອງແຫ່ງສະເໜ່” ຂອງ ສປປ ລາວ.
ການເຂົ້າຮ່ວມ CAEXPO ຄັ້ງນີ້ ຖືເປັນໂອກາດສຳຄັນສຳລັບແຂວງເຊກອງ ໃນການນຳສະເໜີຈຸດເດັ່ນ ແລະ ທ່າແຮງຂອງແຂວງຕໍ່ສາຍຕານັກລົງທຶນ, ຜູ້ປະກອບການ ແລະ ຜູ້ເຂົ້າຮ່ວມງານຈາກຫຼາຍປະເທດ.
ການປາກົດຕົວຂອງແຂວງເຊກອງໃນບົດບາດ “ເມືອງແຫ່ງສະເໜ່” ຈຶ່ງບໍ່ພຽງແຕ່ເປັນການນຳສະເໜີອັດລັກຂອງທ້ອງຖິ່ນ ແຕ່ຍັງເປັນໂອກາດສຳຄັນໃນການສ້າງພາບພົດ, ເພີ່ມການຮັບຮູ້ ແລະ ເຊື່ອມໂຍງທ່າແຮງຂອງເຊກອງເຂົ້າກັບຕະຫຼາດຈີນ ແລະ ອາຊຽນ.
ທີ່ມາ: ປະຊາຊົນ


