ເປີດກອງປະຊູມໃຫຍ່ ຜູ້ບໍລິຫານການສຶກສາທົ່ວປະເທດ ເພື່ອແກ້ໄຂສາເຫດນັກຮຽນປະລະການຮຽນ ພ້ອມຍົກສູງການສິດສອນຂອງຄູ

ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ໄດ້ເປີດຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້ “ແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ ແລະ ການຍົກສູງຄຸນນະພາບການສິດສອນຂອງຄູ” ໃນວັນທີ 19 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນກ່າວເປີດກອງປະຊຸມບາງຕອນວ່າ: ການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນສົກຮຽນຜ່ານມາໃນ 13 ຄາດໝາຍທີ່ໄດ້ກໍານົດໄວ້, ມີ 4 ຄາດໝາຍທີ່ສາມາດບັນລຸໄດ້ຕາມແຜນ, 4 ຄາດໝາຍທີ່ມີຄວາມຄືບໜ້າດ້ານບວກ ແລະ ກໍາລັງສູ້ຊົນໃຫ້ບັນລຸຕາມແຜນ ແລະ 5 ຄາດໝາຍທີ່ບໍ່ສາມາດບັນລຸຕາມແຜນ ເຊິ່ງແມ່ນຜົນເກີດມາຈາກຫຼາຍສາເຫດ ທັງປັດໄຈພາຍໃນ ແລະ ພາຍນອກ.

ປັດໄຈພາຍໃນ ແມ່ນຂີດຄວາມສາມາດ ແລະ ຄວາມຮູ້ພື້ນຖານຂອງຄູ-ອາຈານ ຍັງມີຄວາມແຕກຕ່າງກັນ; ວິທີການຈັດການຮຽນ-ການສອນ ສ່ວນຫຼາຍຍັງເນັ້ນເອົາຄູເປັນໃຈກາງ ແລະ ຂາດການນຳໃຊ້ສື່ການສອນ; ການຝຶກປະຕິບັດຕົວຈິງຍັງບໍ່ທັນກວ້າງຂວາງ; ຂາດການຕິດຕາມ ແລະ ຝຶກອົບຮົມຢ່າງຕໍ່ເນື່ອງ; ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງຕ້ອງຮັບຜິດຊອບຫຼາຍໜ້າວຽກໃນເວລາດຽວກັນ ແລະ ສະພາບແວດລ້ອມຂອງສະຖານການສຶກສາ ບາງບ່ອນຍັງບໍ່ທັນດຶງດູດນັກຮຽນ.

ປັດໄຈພາຍນອກ ແມ່ນສະພາບຄວາມກົດດັນທາງດ້ານເສດຖະກິດຄອບຄົວ ສົ່ງຜົນໃຫ້ນັກຮຽນປະລະການຮຽນໄປປະກອບອາຊີບ; ຄ່ານິຍົມທາງສັງຄົມ; ການປະສານງານລະຫວ່າງ ໂຮງຮຽນ, ຄອບຄົວ, ສະມາຄົມພໍ່ແມ່ນັກຮຽນ ແລະ ສັງຄົມ ຍັງບໍ່ທັນແໜ້ນແຟ້ນ; ພ້ອມທັງບັນຫາປະກົດການຫຍໍ້ທໍ້ ເຊັ່ນ: ຢາເສບຕິດ ແລະ ສານກະຕຸ້ນ.

ຕະຫຼອດໄລຍະການດຳເນີນກອງປະຊຸມ ບັນດາຜູ້ແທນທີ່ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງເລິກເຊິ່ງ ຕໍ່ກັບການແກ້ໄຂວຽກງານ ໃນການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໃນໜຶ່ງສົກຮຽນຜ່ານມາ ແລະ ແນວທາງການແກ້ໄຂໃນຕໍ່ໜ້າ ໂດຍຜ່ານບັນດາເອກະສານຄື:

1) ລາຍງານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2025-2026 ແລະ ແຜນປະຈໍາສົກຮຽນ 2026-2027;

2) ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມປະຈໍາພາກຮຽນທີ I ສົກຮຽນ 2025-2026 ສະບັບເລກທີ 253/ສສກ, ນະຄອນຫຼວງວຽງຈັນ 24 ມີນາ 2026;

3) ທິດທາງການຂັບເຄື່ອນວຽກຈຸດສຸມບູລິມະສິດຂອງຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ເພື່ອໃຫ້ບັນຄາດໝາຍທີ່ກຳນົດໄວ້ ໃນສົກຮຽນ 2026-2027;

4) ການສະຫຼຸບສົກຮຽນຜ່ານມາ ແລະ ການກະກຽມການເປີດສົກຮຽນໃໝ່ 2026-2027 ແລະ ທິດທາງການແບ່ງຂັ້ນຄຸ້ມຄອງລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນໃນການຈັດຕັ້ງປະຕິບັດລະບົບການສຶກສາສາຍສາມັນ 6+3+3;

5) ການກຽມຄວາມພ້ອມທາງດ້ານການຝຶກອົບຮົມຄູ ຂັ້ນ ປ.1, ປ.2 ແລະ ປ.3 ເພື່ອເລີ່ມຈັດຕັ້ງປະຕິບັດຫຼັກສູດໃໝ່ໃນສົກຮຽນ 2027-2028 ແລະ ທິດທາງການພັດທະນາຄູເພື່ອຮັບປະກັນຄຸນນະພາບການສຶກສາ;

6) ລາຍງານສະພາບການຮຽນການສອນ ໃນສົກຮຽນຜ່ານມາຂອງຂັ້ນແຂວງ ເປັນຕົ້ນແມ່ນການປະລະການຮຽນໃນສາຍສາມັນສຶກສາ ແລະ ມາດຕະການແກ້ໄຂ ສໍາລັບສົກຮຽນ 2026-2027 ແລະ ກໍລະນີຕົວຢ່າງ ຜົນການປະເມີນການອ່ານໄດ້-ຂຽນຂອງນັກຮຽນ ຂັ້ນ ປ.5 ແລະ ທິດທາງປັບປຸງໃນຕໍ່ໜ້າ;

7) ລາຍງານຜົນການຄົ້ນຄວ້າ ແລະ ປັບປຸງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາ ນະຄອນ/ເມືອງ.

ຂໍ້ມູນ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles