ກະຊວງສາທາລະນະສຸກ ໄດ້ອອກແຈ້ງການ ສະບັບເລກທີ 0499/ສຫ, ລົງວັນທີ 29 ພຶດສະພາ 2026 ເຖິງ ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ຊາບວ່າ ປັດຈຸບັນ ໄດ້ມີການເຄື່ອນໄຫວໃຫ້ການບໍລິການປິ່ນປົວ, ທັນຕະກຳ ລວມທັງ ການບໍລິການສັນຍະກຳ ຕົບແຕ່ງ, ເສີມຄວາມງາມ, ຈຸລັງຕົ້ນກຳເນີດ ບໍ່ຖືກຕ້ອງຕາມກົດໝາຍ, ດໍາເນີນການບໍລິການບໍ່ຖືກຕ້ອງຕາມຫຼັກວິຊາການ ຫຼື ບໍ່ມີໃບປະກອບວິຊາຊີບປິ່ນປົວ, ບໍ່ມີໃບອະນຸຍາດຖືກຕ້ອງຈາກພາກສ່ວນກ່ຽວຂ້ອງ, ລວມທັງ ການໂຄສະນາ ເຜີຍແຜ່ຂໍ້ມູນ ຊວນເຊື່ອເກີນຄວາມເປັນຈິງ ເຮັດໃຫ້ມີຜົນກະທົບຕໍ່ສຸຂະພາບ ທາງດ້ານຮ່າງກາຍ ແລະ ຈິດໃຈ ຂອງປະຊາຊົນບັນດາເຜົ່າຜູ້ມາໃຊ້ບໍລິການ ເຊິ່ງໄດ້ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ. ສະນັ້ນ, ກະຊວງສາທາລະນະສຸກ ຈິ່ງແຈ້ງມາຍັງທ່ານຊາບວ່າ:
1. ທຸກໆການດໍາເນີນກິດຈະການ ຫ້ອງກວດພະຍາດ, ທັນຕະກຳ ແລະ ການດໍາເນີນຫັດຖະການທາງການແພດ (ນໍາໃຊ້ ຫຼື ບໍ່ນໍາໃຊ້ ອຸປະກອນການແພດຕໍ່ຮ່າງກາຍຄົນເຈັບ) ເຊັ່ນ: ການຜ່າຕັດ, ການສັກ, ການສິດສານເຂົ້າໃນຮ່າງກາຍ, ການເຈາະ, ການດູດ, ການຂຸດ, ການຖູ, ການປັກເຂັມ, ການນວດ ແລະ ການຝຶກແອບຮ່າງກາຍ, ສັນຍະກຳຕົບແຕ່ງ ເສີມຄວາມງາມ, ຈຸລັງຕົ້ນກຳເນີດ ແມ່ນຢູ່ໃນການຄຸ້ມຄອງຂອງຂະແໜງສາທາລະນະສຸກ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 3, ມາດຕາ 30, ມາດຕາ 56 ແລະ ມາດຕາ 57 ຂອງກົດໝາຍປິ່ນປົວ (ສະບັບປັບປຸງ) ເລກທີ 48/ສພຊ;
2. ສໍາລັບບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ໄດ້ດໍາເນີນການບໍລິການດັ່ງກ່າວ ຕາມທີ່ລະບຸໃນຂໍ້ 1 ແລ້ວ ແຕ່ຍັງບໍ່ທັນໄດ້ມີໃບອະນຸຍາດຈາກຂະແໜງສາທາລະນະສຸກ ແມ່ນໃຫ້ມາພົວພັນ ແລະ ປະກອບເອກະສານ ເພື່ອຂໍອະນຸຍາດ ຈາກຂະແໜງສາທາລະນະສຸກ ນັບແຕ່ວັນທີ 01 ມິຖຸນາ 2026 ເຖິງ 30 ພະຈິກ 2026. ທ່ານສາມາດ ພົວພັນ ການປະກອບເອກະສານ ນໍາຂະແໜງປິ່ນປົວ ແລະ ຟື້ນຟູໜ້າທີ່ການ ຂອງພະແນກສາທາລະນະສຸກ ແຂວງ ແລະ ນະຄອນຫຼວງວຽງຈັນ ໃນເວລາໂມງລັດຖະການ ເພື່ອນໍາສະເໜີ ຂໍອະນຸມັດຈາກກະຊວງ.
3. ສໍາລັບ ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດທີ່ມີຈຸດປະສົງ ຈະເປີດໃໝ່ ສູນຄວາມງາມ ຫຼື ສັນຍະກຳຕົບແຕ່ງ ຕາມທີ່ໄດ້ກຳນົດ ໃນມາດຕາ 3, ມາດຕາ 30, ມາດຕາ 56 ແລະ ມາດຕາ 57 ຂອງກົດໝາຍ ປິ່ນປົວ (ສະບັບປັບປຸງ) ເລກທີ 48/ສພຊ ແມ່ນໃຫ້ປະກອບເອກະສານທີ່ກະຊວງສາທາລະນະສຸກກຳນົດ ອອກໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມຂໍ້ຕົກລົງ 0946/ສທ ແລ້ວຍື່ນເອກະສານຂໍໃບອະນຸຍາດຜ່ານ ຫ້ອງການສາທາລະນະສຸກເມືອງ, ພະແນກສາທາລະນະສຸກແຂວງ, ນະຄອນຫຼວງວຽງຈັນ ໃນເວລາລັດຖະ ການເພື່ອນໍາສະເໜີ ຂໍອະນຸມັດຈາກກະຊວງສາທາລະນະສຸກ ຕາມຂັ້ນຕອນ.
ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ


