ວຽງຈັນ, 17 ສິງຫາ 2026 ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດພິທີມອບ-ຮັບຊົ່ວຄາວ 2 ໂຄງການຟື້ນຟູ-ສ້ອມແປງລະບົບຊົນລະປະທານ ປະກອບມີ ໂຄງການຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ (ພຊຄ) ໂດຍນຳໃຊ້ງົບປະມານເງິນກູ້ຢືມຈາກ ADB.
ພິທີດັ່ງກ່າວມີ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຂົ້າຮ່ວມເປັນສັກຂີພະຍານ ພ້ອມດ້ວຍຫົວໜ້າກົມ, ພາກສ່ວນຈາກພະແນກກະສິກຳ ແລະ ສິ່ງແວດລ້ອມນະຄອນຫຼວງ, ອົງການປົກຄອງເມືອງຫາດຊາຍຟອງ ແລະ ພາກສ່ວນກ່ຽວຂ້ອງ.
ໃນພິທີ ໄດ້ມີການລົງນາມມອບ-ຮັບຊົ່ວຄາວ 2 ໂຄງການ ໂດຍໂຄງການຫ້ວຍເດື່ອ ມອບໂດຍບໍລິສັດ ຈະເລີນນີດກໍ່ສ້າງ ຈຳກັດຜູ້ດຽວ ແລະ ໂຄງການຫ້ວຍໝາກຮຽວ ມອບໂດຍບໍລິສັດ Southern Stone ສຳຫຼວດອອກແບບ ແລະ ກໍ່ສ້າງ ຈຳກັດ ໂດຍມີກົມຊົນລະປະທານ ແລະ ພະແນກກະສິກຳ-ສິ່ງແວດລ້ອມນະຄອນຫຼວງ ເປັນຝ່າຍຮັບ.
ໂຄງການຫ້ວຍໝາກຮຽວ
ໂຄງການນີ້ໄດ້ລົງນາມສັນຍາໃນວັນທີ 28 ສິງຫາ 2025 ດ້ວຍມູນຄ່າ ຫຼາຍກວ່າ 1 ລ້ານໂດລາສະຫະລັດ ແລະ ມີໄລຍະກໍ່ສ້າງ 5 ເດືອນ.
ຂອບເຂດວຽກງານສຳຄັນ ປະກອບມີ ການອະນາໄມສິ່ງກີດຂວາງ, ສ້າງຄັນປ້ອງກັນນ້ຳ, ກໍ່ສ້າງເຮືອນຈັກສູບນ້ຳ ແລະ ຕິດຕັ້ງຈັກສູບນ້ຳ 6 ໜ່ວຍ, ຕິດຕັ້ງໝໍ້ແປງໄຟຟ້າ 500 KVA, ສ້ອມແປງ-ປ່ຽນປະຕູນ້ຳ 8 ຊຸດ, ປ້ອງກັນການກັດເຊາະ, ວາງທໍ່ ແລະ ກໍ່ສ້າງຮົ້ວ-ກຳແພງ.
ໂຄງການຫ້ວຍເດື່ອ
ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ມີມູນຄ່າ 938,043.38 ໂດລາສະຫະລັດ ໂດຍວຽກງານປະກອບມີ ການອະນາໄມ-ຂຸດລອກ, ກໍ່ສ້າງເຮືອນຈັກສູບນ້ຳ, ຕິດຕັ້ງຈັກສູບນ້ຳ ແລະ ລະບົບໄຟຟ້າ, ປ້ອງກັນການເຈື່ອນ ແລະ ສ້ອມແປງປະຕູນ້ຳດ້ານເທິງ-ດ້ານລຸ່ມ.
ປັດຈຸບັນ ວຽກງານທັງໝົດຂອງໂຄງການຫ້ວຍເດື່ອ ສຳເລັດ 100% ແລະ ໄດ້ຜ່ານການກວດກາດ້ານເຕັກນິກ ພ້ອມທັງທົດລອງນຳໃຊ້ແລ້ວ.
ພາຍຫຼັງສຳເລັດ ຄາດວ່າ 2 ໂຄງການນີ້ຈະຊ່ວຍຟື້ນຟູລະບົບຊົນລະປະທານໃຫ້ມີຄວາມໝັ້ນຄົງ, ເພີ່ມປະສິດທິພາບການສູບ ແລະ ຄວບຄຸມນ້ຳ, ຫຼຸດຜ່ອນບັນຫາການກັດເຊາະ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນນຳໃຊ້ນ້ຳເພື່ອການຜະລິດກະສິກຳໄດ້ຢ່າງມີປະສິດທິຜົນ.
ພ້ອມກັນນີ້ ພາຍຫຼັງການມອບ-ຮັບ ຈະມີການມອບໝາຍໃຫ້ໜ່ວຍງານກ່ຽວຂ້ອງ ຮັບຜິດຊອບດູແລ, ບຳລຸງຮັກສາ ແລະ ນຳໃຊ້ໂຄງການໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງໃນໄລຍະຍາວ.
ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ


