ກົມອຸຕຸນິຍົມ ແຈ້ງເຕືອນ 10 ແຂວງ ເຝົ້າລະວັງຝົນຕົກໜັກ ອາດເຮັດໃຫ້ເກີດນ້ຳຖ້ວມ – ດິນເຈື່ອນ 18-19 ສິງຫາ 2026 ນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນ ສະບັບເລກທີ 0748/ກອຕທ, ລົງວັນທີ 18 ສິງຫາ 2026 ໃຫ້ປະຊາຊົນກຽມພ້ອມຮັບມືກັບຝົນຕົກໜັກ ແລະ ລົມພັດແຮງ ໃນລະຫວ່າງວັນທີ 18 ຫາ 19 ສິງຫາ 2026 ນີ້

ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ລົງຫາ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກໍາລັງແຮງປານກາງພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກ​ ຟ້າຮ້ອງ​ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ລົງຫາ ພາກໃຕ້.🌪️🌩️

ເຂດເຕືອນໄພສີເຫຼືອງ (ຝົນຕົກປານກາງ ຫາ ຕົກໜັກ):

ແຂວງ ຜົ້ງສາລີ: ເມືອງ ໃໝ່, ເມືອງ ຜົ້ງສາລີ, ເມືອງ ສຳພັນ ແລະ ເມືອງ ຂວາ

ແຂວງ ຫົວພັນ: ເມືອງ ຫົວເມືອງ ແລະ ເມືອງ ກວັນ.​

​ແຂວງ ຫຼວງພະບາງ: ເມືອງ ຊຽງເງິນ, ເມືອງ ນານ ແລະ ນະຄອນຫຼວງພະບາງ.

ແຂວງ​ ອຸດົມໄຊ: ເມືອງ ປາກແບ່ງ ແລະ ເມືອງ ງາ.​

​ແຂວງ ໄຊສົມບູນ: ເມືອງ ລອງຊານ ແລະ ເມືອງ ລອງແຈ້ງ.​

​ແຂວງ​ໄຊຍະບູລີ: ເມືອງ ປາກລາຍ, ເມືອງ ຫົງສາ, ເມືອງ ໄຊຍະບູລີ ແລະ ເມືອງ ຊຽງຮ່ອນ.

ແຂວງ​ອັດຕະປື: ເມືອງ ພູວົງ, ເມືອງ ຊານໄຊ ແລະ ເມືອງ ສະໜາມໄຊ

ເຂດເຕືອນໄພສີແດງ (ຝົນຕົກໜັກຫຼາຍ ແລະ ລົມພັດແຮງ):

ແຂວງ ບໍລິຄຳໄຊ: ເມືອງ ປາກກະດິງ, ເມືອງ ຄຳເກີດ ແລະ ເມືອງ ວຽງທອງ.​

​ແຂວງ ຄຳມ່ວນ: ເມືອງ ທ່າແຂກ, ເມືອງ ບົວລະພາ, ເມືອງ ຫີນບູນ, ເມືອງ ນາກາຍ, ເມືອງ ຍົມມະລາດ, ເມືອງ ຄຸນຄໍາ, ເມືອງ ມະຫາໄຊ, ເມືອງ ເຊບັ້ງໄຟ ແລະ ເມືອງ ໄຊບົວທອງ.​

​ແຂວງ ສະຫວັນນະເຂດ: ເມືອງ ພິນ, ເມືອງ ນອງ, ເມືອງ ວິລະບູລີ ແລະ ເມືອງ ຊົນ ນະບູລີ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອາໍນາດການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນເຂດພື້ນທີ່ທີ່ໄດ້ກ່າວມາຂ້າງເທິງນີ້ ຈົ່ງມີສະຕິເຝົ້າລະວັງຢ່າງໃກ້ຊິດ ຕໍ່ກັບສະພາບຝົນຕົກໜັກ, ລົມພັດແຮງ, ຟ້າຜ່າ, ນ້ຳຖ້ວມຊຸ, ນ້ຳຖ້ວມອັ່ງ ແລະ ດິນເຈື່ອນ ທີ່ອາດຈະເກີດຂຶ້ນ

ພ້ອມດຽວກັນນີ້, ຂໍໃຫ້ຕິດຕາມຂ່າວຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles