ເຈົ້າໜ້າທີ່ແຂວງໄຊຍະບູລີ ຈັບກຸມກຸ່ມແກ້ງສະແກັມເມີໄດ້ 47 ຄົນ

ວັນທີ 13 ກໍລະກົດ 2026 ທີ່ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ລົງກວດຄົ້ນເຄຫະສະຖານ ເຮືອນພັກແຫ່ງໜຶ່ງ ຢູ່ບ້ານຫ້ວຍລາຍນ້ອຍ ເມືອງປາກລາຍ ແຂວງໄຊຍະບູລີ ທີ່ໃຫ້ຄົນຕ່າງປະເທດເຊົ່າ, ເຊິ່ງເປັນເປົ້າໝາຍສົງໄສ ດໍາເນີນການກ່ຽວກັບການສໍ້ໂກງທາງອອນລາຍ (ສະແກມເມີ).

ຜ່ານການກວດກາຄົ້ນສະຖານທີ່ດັ່ງກ່າວ, ສາມາດກັກຕົວເປົ້າໝາຍໄດ້ທັງໝົດ 47 ຄົນ, ຍິງ 10 ຄົນ, ກັກຢູ່ໃນສະຖານທີ່ 41 ຄົນຍິງ 3 ຄົນ, ໃນນີ້:

– ຄົນສັນຊາດອິນໂດເນເຊຍ 38 ຄົນ, ຍິງ 9 ຄົນ

– ສັນຊາດຈີນ 4 ຄົນ,

– ຄົນສັນຊາດລາວ 1 ຄົນ,

– ຄົນສັນຊາດຫວຽດນາມ 1 ຄົນ ເປັນເພດຍິງ

ສາມາດຍຶດຂອງກາງ ໄດ້ມີຄື: ຄອມພີວເຕີໂນດບຸກ 22 ເຄື່ອງ, ໄອແພັດ 1 ໜ່ວຍ, ໂທລະສັບ 228 ໜ່ວຍ, ລົດຈັກໄຟຟ້າ 2 ຄັນ, ບັດປະຕົວຈຳນວນ 39 ບັດ, ປຶ້ມພັດສະປອດ 20 ຫົວ, ປຶ້ມບັນຊີເງິນຝາກທະນາຄານມີ 1 ຫົວ, ໃບທະບຽນອານຸຍາດແຕ່ງດອງມີ 1 ໃບ, ປຶ້ມບັດແຮງງານ 6 ຫົວ, ປຶ້ມພັກເຊົາ 5 ຫົວ, ໝໍ້ເກັບໄຟ 1 ໜ່ວຍ, ສະຕາດິງ 1 ຊຸດ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ພວກຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ໃນຕົ້ນເດືອນພຶດສະພາ 2026 ຄົນສັນຊາດຈີນ 7 ຄົນ, ເປັນຜູ້ຊັກຊວນເອົາພວກກ່ຽວຈໍານວນດັ່ງກ່າວ, ເຂົ້າມາສອນເຮັດວຽກ ກ່ຽວກັບການສໍ້ໂກງທາງອອນລາຍ (ສະແກມເມີ) ໂດຍໃຫ້ຄ່າຈ້າງເປັນເດືອນ, ຄົນລະ 600 ໂດລາຕໍ່ຄົນຕໍ່ເດືອນ, ສ່ວນຄົນລາວເປັນນາຍແປພາສາໄດ້ເງິນເດືອນລະ 10,000,000 ກີບ.

ທີ່ມາ: ປກສ ແຂວງໄຊຍະບູລີ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles