ນັກທ່ອງທ່ຽວຍີ່ປຸ່ນມາລາວເພີ່ມ 36% ໃນ 6 ເດືອນຕົ້ນປີ 2026

ສປປ ລາວ ຕ້ອນຮັບນັກທ່ອງທ່ຽວຊາວຍີ່ປຸ່ນ 23,133 ຄົນ ໃນ 6 ເດືອນຕົ້ນປີ 2026, ເພີ່ມຂຶ້ນ 36% ຈາກໄລຍະດຽວກັນຂອງປີ 2025 ທ່າມກາງການເລັ່ງສົ່ງເສີມຕະຫຼາດທ່ອງທ່ຽວລາວໃນຍີ່ປຸ່ນ.

ອີງຕາມລາຍງານຈາກກະຊວງວັດທະນະທຳ ແລະ ທ່ອງທ່ຽວ, ໃນໄລຍະ 6 ເດືອນຕົ້ນປີ 2026 ລາວສາມາດຕ້ອນຮັບນັກທ່ອງທ່ຽວຈາກຍີ່ປຸ່ນໄດ້ 23,133 ຄົນ, ເພີ່ມຂຶ້ນ 36% ເມື່ອທຽບກັບໄລຍະດຽວກັນຂອງປີ 2025.

ສະຖິຕິນັກທ່ອງທ່ຽວຍີ່ປຸ່ນມາລາວ

2022: 6,848 ຄົນ

2023: 24,824 ຄົນ

2024: 28,966 ຄົນ

2025: 33,743 ຄົນ

6 ເດືອນຕົ້ນປີ 2026: 23,133 ຄົນ 📈

ຕົວເລກດັ່ງກ່າວສະທ້ອນໃຫ້ເຫັນວ່າ ຕະຫຼາດນັກທ່ອງທ່ຽວຍີ່ປຸ່ນກຳລັງມີທ່າອ່ຽງຟື້ນຕົວ ແລະ ເຕີບໂຕຂຶ້ນ ຂະນະທີ່ລາວກຳລັງເພີ່ມທະວີການໂຄສະນາ ແລະ ປະຊາສຳພັນຈຸດໝາຍປາຍທາງທ່ອງທ່ຽວໃນຕະຫຼາດຍີ່ປຸ່ນ.

ທ່ານນາງ ມະນີສາຄອນ ກ່າວວ່າ ການທີ່ນັກທ່ອງທ່ຽວຍີ່ປຸ່ນເພີ່ມຂຶ້ນມີຫຼາຍປັດໄຈ. ໜຶ່ງໃນນັ້ນແມ່ນການທີ່ບໍລິສັດຄູ່ຮ່ວມງານໄດ້ດຳເນີນວຽກງານສົ່ງເສີມການທ່ອງທ່ຽວລາວມາເປັນເວລາຫຼາຍປີ.

ນອກຈາກນັ້ນ ຍັງມີ Lao Festival ປະຈຳປີທີ່ໂຕກຽວ, ກິດຈະກຳສົ່ງເສີມໂດຍສະຖານເອກອັກຄະລັດຖະທູດລາວປະຈຳຍີ່ປຸ່ນ ແລະ ການເຂົ້າຮ່ວມ World Expo ທີ່ນະຄອນໂອຊາກະ ລວມເຖິງການຈັດງານສຳມະນາດ້ານການທ່ອງທ່ຽວ-ການລົງທຶນໃນຊ່ວງ Laos Day.

ທ່ານນາງ ມະນີສາຄອນ ຍັງໃຫ້ຂໍ້ສັງເກດວ່າ ການສະເດັດຢ້ຽມຢາມລາວຂອງ ເຈົ້າຍິງໄອໂກະ ແຫ່ງຍີ່ປຸ່ນໃນປີ 2025 ອາດມີສ່ວນຊ່ວຍສ້າງຄວາມສົນໃຈ ແລະ ດຶງດູດຊາວຍີ່ປຸ່ນໃຫ້ຢາກເດີນທາງມາລາວຫຼາຍຂຶ້ນ.

ພາຍໃຕ້ສັນຍາສະບັບໃໝ່ ບໍລິສັດ ຈຳປິງທົວ ຈະຮັບຜິດຊອບສົ່ງເສີມການທ່ອງທ່ຽວລາວຕໍ່ກຸ່ມບໍລິສັດທ່ອງທ່ຽວ, ນັກຂ່າວ, ໂຮງຮຽນ ແລະ ມະຫາວິທະຍາໄລໃນຍີ່ປຸ່ນ.

ພ້ອມທັງຈັດທຳບົດຄວາມສຳລັບວາລະສານ ແລະ ໂທລະພາບຍີ່ປຸ່ນ, ແປເອກະສານດ້ານການທ່ອງທ່ຽວ ແລະ ສະໜັບສະໜູນ Lao Festival ປະຈຳປີທີ່ໂຕກຽວ

ທ່ານ ສິເງໂຢຊິ ອາເບະ ກ່າວວ່າ ສິ່ງທີ່ດຶງດູດຊາວຍີ່ປຸ່ນໃຫ້ມາທ່ຽວລາວ ບໍ່ແມ່ນພຽງແຕ່ແຫຼ່ງທ່ອງທ່ຽວສຳຄັນ ແຕ່ຍັງລວມເຖິງ ຄວາມເປັນມິດຂອງຄົນລາວ ແລະ ວິຖີຊີວິດແບບ Slow Life.

ທ່ານກ່າວວ່າ ຫຼັງຈາກມາຢ້ຽມຢາມລາວ ຫຼາຍຄົນຮູ້ສຶກປະທັບໃຈກັບຈັງຫວະຊີວິດທີ່ດຳເນີນໄປຢ່າງຊ້າໆ ແລະ ຄວາມເປັນມິດຂອງຄົນທ້ອງຖິ່ນ ຈົນຢາກກັບມາອີກ.

ສຳລັບແຫຼ່ງທ່ອງທ່ຽວ ສະຖານທີ່ເຊັ່ນ ວັດພູ ແລະ ພະທາດຫຼວງ ຍັງຄົງເປັນຈຸດໝາຍປາຍທາງສຳຄັນ ແຕ່ຄວາມສົນໃຈອີກດ້ານໜຶ່ງຄື ການໄດ້ສຳຜັດກັບວິຖີຊີວິດ ແລະ ການເປັນຢູ່ຂອງຄົນລາວໃນແຕ່ລະພື້ນທີ່.

ທີ່ມາ: Vientiane times

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles