ການພັດທະນາເສດຖະກິດຂອງຈີນ ຢ່າງມີຄຸນນະພາບສູງ ຊ່ວຍສົ່ງເສີມການດຳເນີນງານຢ່າງໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳພາກພື້ນ

ນັບແຕ່ຕົ້ນປີມາ, ລັດທິກີດກັ້ນການຄ້າຂອງໂລກມີແນວໂນ້ມເພີ່ມສູງຂຶ້ນ, ຂະນະທີ່ຄວາມຂັດແຍ່ງດ້ານພູມສາດການເມືອງຍັງຄົງສືບຕໍ່, ຄວາມຂັດແຍ່ງດ້ານການຄ້າ, ຄວາມກົດດັນດ້ານການຄັງ ແລະ ຄວາມສ່ຽງດ້ານການເງິນມີຄວາມທັບຊ້ອນ ແລະ ເຊື່ອມໂຍງສົ່ງຜົນກະທົບເຊິ່ງກັນ. ການຮ່ວມກັນແຊກແຊງຕະຫຼາດແລກປ່ຽນເງິນຕາຂອງສະຫະລັດ ແລະ ຍີ່ປຸ່ນ ອາດສາມາດຢັບຢັ້ງແນວໂນ້ມການອ່ອນຄ່າຂອງເງິນເຢນໄດ້ໃນໄລຍະສັ້ນ, ແຕ່ຜົນກະທົບໃນໄລຍະຍາວແມ່ນຍັງມີຄວາມບໍ່ແນ່ນອນ.

ຄວາມຜັນຜວນຢ່າງຮຸນແຮງຂອງຄ່າເງິນຕາອາດສົ່ງຜົນລົບກວນຕໍ່ການດຳເນີນງານຢ່າງໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳໃນພາກພື້ນ. ທ່າມກາງຜົນກະທົບຈາກຄວາມສ່ຽງພາຍນອກທີ່ແຜ່ລາມ, ເສດຖະກິດຈີນຍັງຄົງຂະຫຍາຍການເປີດກວ້າງສູ່ພາຍນອກ, ລົງເລິກການຮ່ວມມືການຄ້າໃນພາກພື້ນ, ພ້ອມທັງຮັກສາພະລັງຂັບເຄື່ອນການເຕີບໂຕ ແລະ ຄວາມຢືດຢຸ່ນຂອງເສດຖະກິດໃຫ້ຄົງຢູ່ໃນລະດັບດີ.

ການຫັນປ່ຽນຮູບແບບການພັດທະນາຂອງຈີນມີຄວາມຄືບໜ້າຢ່າງໄວວາ. ພື້ນຖານຂອງເສດຖະກິດຈີນຍັງຄົງມີສະຖຽນລະພາບ, ພ້ອມທັງຍັງຄົງເປັນພະລັງສຳຄັນໃນການຄ້ຳຈຸນການເຕີບໂຕຂອງເສດຖະກິດໂລກ. ໃນເຄິ່ງປີທຳອິດຂອງປີນີ້, GDP ຂອງຈີນເພີ່ມຂຶ້ນ 4,7% ຈາກໄລຍະດຽວກັນຂອງປີກ່ອນ; ຜົນຜະລິດພືດລະດູຮ້ອນບັນລຸເກີນ 150 ຕື້ໂລເປັນຄັ້ງທຳອິດ; ຂະໜາດການນຳເຂົ້າ-ສົ່ງອອກໃນໄລຍະດຽວກັນຂອງປີບັນລຸເກີນ 25 ພັນຕື້ຢວນເປັນຄັ້ງທຳອິດ, ໂດຍມູນຄ່າເສດຖະກິດທີ່ເພີ່ມຂຶ້ນເປັນລະດັບສູງສຸດໃນໄລຍະດຽວກັນຂອງ 5 ປີຜ່ານມາ. ການສົ່ງອອກເຮືອ ແລະ ລົດຍົນຂອງຈີນຂະຫຍາຍຕົວຢ່າງແຂງແຮງ.

ໃນເຄິ່ງປີທຳອິດ, ການສົ່ງອອກລົດຍົນບັນລຸເກີນ 5 ລ້ານຄັນເປັນຄັ້ງທຳອິດ, ໂດຍການສົ່ງອອກລົດຍົນໄຟຟ້າເພີ່ມຂຶ້ນ 68,7%; ໃນ 5 ເດືອນທຳອິດ, ການສົ່ງອອກເຮືອບັນທຸກສິນຄ້າແຫຼວມູນຄ່າເພີ່ມສູງບັນລຸ 187 ລຳ, ມູນຄ່າລວມກວ່າ 64,3 ຕື້ຢວນ, ເພີ່ມຂຶ້ນ 188,8% ຈາກໄລຍະດຽວກັນຂອງປີກ່ອນ.ຜົນງານນະວັດຕະກຳຂອງຈີນໃນຂົງເຂດປັນຍາປະດິດ, ຍານຍົນພະລັງງານໃໝ່, ພະລັງງານແສງອາທິດ, ການກັກເກັບພະລັງງານ ແລະ ໂຄງລ່າງພື້ນຖານດິຈິຕອນ ກຳລັງເຂົ້າສູ່ຕະຫຼາດໂລກໄວຂຶ້ນ. ການຫັນຈາກການແຂ່ງຂັນດ້ວຍລາຄາມາສູ່ການແຂ່ງຂັນດ້ວຍຂີດຄວາມສາມາດດ້ານເຕັກໂນໂລຊີ ຈະຊ່ວຍຫຼຸດຜ່ອນຜົນກະທົບຈາກການແຂ່ງຂັນດ້ານອັດຕາແລກປ່ຽນລົງໄດ້ຢ່າງມີປະສິດຜົນ.

ໂຄງສ້າງອຸດສາຫະກຳມີການຍົກລະດັບ ແລະ ປັບປຸງຢ່າງຕໍ່ເນື່ອງ. ຈີນອາໄສລະບົບອຸດສາຫະກຳທີ່ຄົບວົງຈອນ ແລະ ຈຸດແຂງຂອງຕະຫຼາດຂະໜາດໃຫຍ່, ເພື່ອຊຸກຍູ້ການປະສານງານດ້ານຕ່ອງໂສ້ອຸດສາຫະກຳກັບບັນດາປະເທດໃນພາກພື້ນໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ໂດຍຜ່ານການລົງທຶນຕ່າງປະເທດ ແລະ ການຮ່ວມມືດ້ານກຳລັງການຜະລິດ, ເພື່ອສ້າງໂຄງສ້າງການເສີມສ້າງຈຸດແຂງເຊິ່ງກັນແລະກັນ.ໃນໄລຍະ 5 ເດືອນທຳອິດຂອງປີນີ້, ການລົງທຶນໃນຂະແໜງວົງຈອນເອເລັກໂຕຣນິກເພີ່ມຂຶ້ນ 50,9%, ແບັດເຕີຣີລິທຽມ-ໄອອອນເພີ່ມຂຶ້ນ24,9% ແລະ ການຜະລິດເຮືອບິນພີ່ມຂຶ້ນ19,7%; ຍອດຂາຍປີກສິນຄ້າອັດສະລິຍະເພີ່ມຂຶ້ນຫຼາຍກວ່າ 1 ເທົ່າ.

ຈຸດແຂງດ້ານຕ່ອງໂສ້ການຜະລິດຄົບວົງຈອນຂອງຈີນ ຊ່ວຍຫຼຸດຜ່ອນແຮງກົດດັນຈາກຕົ້ນທຶນທີ່ເພີ່ມຂຶ້ນຕໍ່ຜູ້ບໍລິໂພກ. ໃນ 5 ເດືອນທຳອິດ, ມູນຄ່າເພີ່ມຂອງພາກອຸດສາຫະກຳຂະໜາດໃຫຍ່ເພີ່ມຂຶ້ນ 5,4%ແລະ ດັດຊະນີການຜະລິດຂອງຂະແໜງບໍລິການ ເພີ່ມຂຶ້ນ4,8%; ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າເພີ່ມຂຶ້ນ 15,3% ຈາກໄລຍະດຽວກັນຂອງປີກ່ອນ.ການຮັກສາສະຖຽນລະພາບຂອງລາຄາສິນຄ້າອຸດສາຫະກຳຂອງຈີນ ໄດ້ຊ່ວຍຜ່ອນຄາຍແຮງກົດດັນດ້ານເງິນເຟີ້ໃນລະດັບໂລກ, ພ້ອມທັງສ້າງລະບົບນິເວດອຸດສາຫະກຳໃນພາກພື້ນທີ່ເກື້ອກູນ ແລະ ໄດ້ປະໂຫຍດຮ່ວມກັນ, ຊ່ວຍເສີມສ້າງສະຖຽນລະພາບໃຫ້ແກ່ເສດຖະກິດໂລກ.

ເປີດກວ້າງຮ່ວມມື ແລະ ຊຸກຍູ້ການຄ້າຕ່າງປະເທດໃຫ້ມີຄວາມຫຼາກຫຼາຍ.ຈີນສືບຕໍ່ຂະຫຍາຍ ແລະ ເຈາະເລິກຕະຫຼາດເກີດໃໝ່ ເຊັ່ນ ອາຊຽນ, ຕາເວັນອອກກາງ ແລະ ອາເມລິກາລາຕິນ, ເລັ່ງປັບປຸງ ແລະ ເສີມສ້າງການອຳນວຍຄວາມສະດວກດ້ານການຄ້າໃນພາກພື້ນ, ຮັກສາພື້ນຖານການຄ້າໃນພາກພື້ນໃຫ້ມີສະຖຽນລະພາບ.ໃນໄລຍະແຕ່ເດືອນ 1 ຫາເດືອນ 5, ມູນຄ່າລວມການຄ້າສິນຄ້ານຳເຂົ້າ-ສົ່ງອອກຂອງຈີນບັນລຸ 20,68 ພັນຕື້ຢວນ, ເພີ່ມຂຶ້ນ 15,3% ຈາກໄລຍະດຽວກັນຂອງປີກ່ອນ; ທົ່ວປະເທດມີວິສາຫະກິດລົງທຶນຈາກຕ່າງປະເທດຈັດຕັ້ງຂຶ້ນໃໝ່ 25297 ແຫ່ງ, ເພີ່ມຂຶ້ນ 5,3%. ຈີນຍັງຄົງເປີດກວ້າງຕະຫຼາດ, ແບ່ງປັນໂອກາດຈາກການພັດທະນາກັບປະເທດຕ່າງໆທົ່ວໂລກ.ການຄ້າລະຫວ່າງຈີນ-ອາຟຣິກາບັນລຸຄວາມຄືບໜ້າຄັ້ງໃໝ່.

ຈີນໄດ້ດຳເນີນນະໂຍບາຍອັດຕາພາສີສູນສຳລັບ 63 ປະເທດ, ໄດ້ລົງນາມໃນສັນຍາການຄ້າເສລີ 24 ສະບັບກັບ 31 ປະເທດ ແລະ ເຂດແຄວ້ນ, ຈຳນວນເຂດທົດລອງການຄ້າເສລີເພີ່ມເປັນ 23 ແຫ່ງ. ງານຈັດສະແດງຕ່ອງໂສ້ການສະໜອງສາກົນຈີນ, ງານຈັດສະແດງສິນຄ້ານຳເຂົ້າສາກົນຈີນ ແລະ ກິດຈະກຳ “ສົ່ງອອກຈາກຈີນ” ຕ່າງໆ ໄດ້ຈັດຂຶ້ນເປັນປະຈຳ. ຈີນຍັງຄົງຮັກສາສະຖານະເປັນຄູ່ຄ້າລາຍໃຫຍ່ອັນດັບໜຶ່ງຂອງອາຟຣິກາຕິດຕໍ່ກັນເປັນປີທີ 17.

ທ່າມກາງສະພາບຄວາມຜັນຜວນຂອງເສດຖະກິດໂລກທີ່ນັບມື້ນັບຮຸນແຮງຂຶ້ນ ແລະ ຜົນກະທົບຈາກປັດໄຈພາຍນອກທີ່ເກີດຂຶ້ນເລື້ອຍໆ, ລັດຖະບານທາກະອິຈິ (Takaichi government) ພະຍາຍາມປຸກປັ່ນ ແລະ ໂຄສະນາຂະຫຍາຍປະເດັນທີ່ວ່າ “ໄພຂົ່ມຂູ່ດ້ານຄວາມປອດໄພໃນບໍລິເວນອ້ອມຂ້າງ”, ຊຶ່ງບໍ່ອາດຊ່ວຍຫັນປ່ຽນແນວໂນ້ມການຊຸດໂຊມທາງເສດຖະກິດໄດ້. ຈີນຈະອາໄສພື້ນຖານເສດຖະກິດທີ່ໝັ້ນຄົງ, ເຄື່ອງມືດ້ານນະໂຍບາຍທີ່ພ້ອມຮອບດ້ານ ແລະ ຕະຫຼາດຂະໜາດໃຫຍ່, ເພື່ອສະແດງບົດບາດສຳຄັນໃນການຮັກສາສະຖຽນລະພາບດ້ານການເງິນໃນພາກພື້ນ ແລະ ສ້າງເສີມຄວາມແນ່ນອນອັນມີຄຸນຄ່າໃຫ້ແກ່ເສດຖະກິດໂລກ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles