ໂຄ້ງສຸດທ້າຍ! ອົດໃຈລໍຖ້າລຸ້ນ ຜົນສອບເສັງເຂົ້າ “ມຊ” ກຽມປະກາດ ວັນທີ 24 ສິງຫານີ້

ນັກສອບເສັງ ແລະ ຜູ້ປົກຄອງກຽມລຸ້ນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເປີດເຜີຍກຳນົດການປະກາດຜົນການສອບເສັງຄັດເລືອກນັກສຶກສາໃໝ່ ສຳລັບສົກສຶກສາ 2026-2027 ເຊິ່ງຄາດວ່າຈະປະກາດໃຫ້ສັງຄົມຮັບຊາບຢ່າງເປັນທາງການໃນ ວັນທີ 24 ສິງຫາ 2026 ນີ້.

ໃນສົກສຶກສາ 2026-2027 ນີ້, ມຊ ມີແຜນຮັບເອົານັກສຶກສາ ເຂົ້າຮຽນທັງໝົດ ຈໍານວນ 7,025 ຄົນ. ແຕ່ສໍາລັບການສອບເສັງ ໃນຄັ້ງວັນທີ 08 ສິງຫາ 2026 ນີ້ ແມ່ນຮັບເອົາ 5,630 ຄົນ; ໃນນີ້ ລວມທັງຫຼັກສູດປະລິນຍາຕີ ແລະ ອະນຸປະລິນຍາ; ສ່ວນຫຼັກສູດປະລິນຍາຕີ ນາໆຊາດ 100 ຄົນ ແລະ ຫຼັກສູດ ຕໍ່ເນື່ອງປະລິນຍາຕີ 1,295 ຄົນ ແມ່ນຍັງຈະຈັດການສອບເສັງພາຍຫຼັງ.

ກຳນົດການສຳຄັນທີ່ນັກສຶກສາໃໝ່ຕ້ອງຮູ້

1. ກຳນົດປະກາດຜົນສອບເສັງ: ວັນທີ 24 ສິງຫາ 2026

2. ກຳນົດເປີດຮັບລົງທະບຽນ: ວັນທີ 31 ສິງຫາ 2026 ເປັນຕົ້ນໄປ

💡 ຄຳແນະນຳ: ສຳລັບນ້ອງໆ ທີ່ເຂົ້າຮ່ວມການສອບເສັງໃນວັນທີ 08 ສິງຫາ ທີ່ຜ່ານມາ ຂໍໃຫ້ກຽມພ້ອມເອກະສານ ແລະ ຕິດຕາມຂ່າວສານການປະກາດຜົນຢ່າງໃກ້ຊິດ ເພື່ອບໍ່ໃຫ້ພາດການລົງທະບຽນຕາມກຳນົດເວລາ.

ທີ່ມາ: ກະດານຂ່າວ ມຊ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles