ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ເປີດຮັບນັກຮຽນທີ່ຈົບຊັ້ນ ມ.7 ຫຼື ທຽບເທົ່າ ເຂົ້າສຶກສາຕໍ່ສາຍຄູ ປະຈຳສົກຮຽນ 2026-2027 ທີ່ວິທະຍາໄລຄູສະຫວັນນະເຂດ ແລະ ມະຫາວິທະຍາໄລສະຫວັນນະເຂດ ລວມທັງໝົດ 390 ທຶນ ຈັດສັນໃຫ້ 14 ເມືອງ ແລະ 1 ນະຄອນ ໂດຍແຕ່ລະເມືອງ-ນະຄອນໄດ້ຮັບໂຄຕາ 26 ທຶນ.
ທຶນການສຶກສາປະກອບມີ ສາຍຄູອະນຸບານ ລະບົບ (12+2) ຈຳນວນ 6 ທຶນ, ສາຍຄູປະຖົມ ລະບົບ (12+2) ຈຳນວນ 10 ທຶນ ແລະ ສາຍຄູມັດທະຍົມ ລະບົບ (12+4) ຈຳນວນ 10 ທຶນ. ໃນນັ້ນ ວິທະຍາໄລຄູສະຫວັນນະເຂດ ມີສາຂາຄູເຄມີສາດ, ຄູຊີວະສາດ, ຄູໄອຊີທີ, ຄູພາສາອັງກິດ ແລະ ຄູພາສາລາວ; ສ່ວນມະຫາວິທະຍາໄລສະຫວັນນະເຂດ ມີສາຂາຄູຄະນິດສາດ, ຄູຟີຊິກສາດ, ຄູປະຫວັດສາດ, ຄູພູມສາດ ແລະ ຄູວິທະຍາສາດການເມືອງ.
ນັກສຶກສາທີ່ຜ່ານການຄັດເລືອກ ຈະໄດ້ຮັບເງິນອຸດໜູນເບ້ຍລ້ຽງລວມ 1.400.000 ກີບ/ຄົນ/ເດືອນ ຈົນກວ່າຈະຮຽນຈົບ ໂດຍປະກອບມີເງິນອຸດໜູນຈາກປະທານຄະນະກຳມະການປົກຄອງແຂວງ 700.000 ກີບ ແລະ ເງິນເບ້ຍລ້ຽງຈາກລັດຖະບານ 700.000 ກີບ. ພ້ອມນີ້ ຍັງໄດ້ຮັບການຍົກເວັ້ນຄ່າທຳນຽມຮຽນ, ຄ່ານ້ຳ, ຄ່າໄຟຟ້າ, ຄ່າອະນາໄມ ແລະ ຄ່າຫໍພັກ. ສ່ວນຄ່າເດີນທາງ, ເຄື່ອງນຸ່ງຫົ່ມ, ຊຸດບ່ອນນອນ ແລະ ອຸປະກອນການຮຽນ ແມ່ນນັກສຶກສາຮັບຜິດຊອບເອງ.
ສຳລັບເງື່ອນໄຂຜູ້ສະໝັກ ຕ້ອງເປັນຜູ້ຈົບຊັ້ນ ມ.7 ຫຼື ທຽບເທົ່າ, ມີສຸຂະພາບແຂງແຮງ, ມີຄວາມມັກຮັກໃນອາຊີບຄູ, ມີຄຸນສົມບັດດີ ແລະ ມີຜົນການຮຽນດີ ໂດຍຄະແນນສະເລ່ຍບໍ່ຕ່ຳກວ່າ 6.
ຜູ້ທີ່ໄດ້ຮັບທຶນຈະຕ້ອງເຮັດໜັງສືສັນຍາກັບຫ້ອງການສຶກສາທິການ ແລະ ກິລານະຄອນ/ເມືອງ ໂດຍຫຼັງຈາກຮຽນຈົບ ຕ້ອງຍິນດີໄປປະຈຳການຕາມການສັບຊ້ອນຂອງຂັ້ນເທິງ ໂດຍສະເພາະເຂດຫ່າງໄກສອກຫຼີກທີ່ຍັງຂາດແຄນຄູ.
ປັດຈຸບັນ ຫ້ອງການສຶກສາທິການ ແລະ ກິລາ 14 ເມືອງ ແລະ 1 ນະຄອນ ພວມດຳເນີນການຄັດເລືອກ ແລະ ຈະຕ້ອງສັງລວມລາຍຊື່ນັກຮຽນ ພ້ອມເຮັດໜັງສືສັນຍາ ສົ່ງໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ບໍ່ໃຫ້ກາຍວັນທີ 20 ສິງຫາ 2026.
ສຳລັບຜູ້ສົນໃຈ ສາມາດພົວພັນສອບຖາມລາຍລະອຽດໄດ້ທີ່ ທ່ານ ກິໂຕ ພົມມະໄກສອນ ໂທ: 020 94344960 ຫຼື ທ່ານ ສີປະເສີດ ແກ້ວມະນີໄຊ ໂທ: 020 91708483.
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ

