ກົມຈັດຕັ້ງ ຂໍຖືເປັນກຽດ ແຈ້ງມາຍັງທ່ານເພື່ອຄັດເລືອກເອົາພະນັກງານຜູ້ທີ່ມີເງື່ອນໄຂເຂົ້າຮ່ວມສະຫມັກທຶນການສຶກ ສາໃນລະດັບປະລິນຍາໂທ ປະຈໍາສົກປີ 2027-2029 ໃນສາຂາວິຊາ:
1. International Public Policy,
2. Business Science,
3. Humanities,
4. Social Science, ທີ່ປະເທດຍີ່ປຸ່ນ.
ສໍາລັບຮູບແບບການສະຫມັກທຶນ ແມ ່ນລະບົບອອນລາຍໂດຍຜ່ານທາງເວັບໄຊ ກ້ອງຄອມເມັ້ນ, ໂດຍມີກໍານົດການເປີດຮັບສະຫມັກນັບແຕ່ວັນທີ 1 ຕຸລາ – 15 ພະຈິກ 2016 ພາຍຫຼັງສະຫມັກຜ່ານ ທາງເວັບໄຊແລ້ວໃຫ້ສະແກນເອກະສານສະຫມັກທຶນສົ່ງໃຫ້ພະແນກພັດທະນາບຸກຄະລາກອນ, ກົມຈັດຕັ້ງ ເພື່ອເປັນຂໍ້ມູນ ແລະ ຕິດຕາມ.
ສ່ວນລາຍລະອຽດເພີ່ມເຕີມແມ່ນໃຫ້ພົວພັນພະແນກພັດທະນາບຸກຄະລາກອນ, ກົມຈັດຕັ້ງ ທ. ສົມເພັດ ອຸດອນ ດວງມາລາ ໂທ: 020 52879569.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພິຈາລະນາຕາມທາງຄວນດ້ວຍ.
http://pepp.hass.tsukuba.ac.jp/admission/
ອ່ານຕື່ມຕາມແຈ້ງການ



