ຄະນະວິທະຍາສາດທຳມະຊາດ (ຄວທ), ມະຫາວິທະຍາ ໄລແຫ່ງຊາດ (ມຊ) ປະກາດຮັບສະໝັກນັກສຶກສາໃໝ່ ເຂົ້າຮຽນໃນຫຼັກສູດປັນຍາປະດິດ ຫຼື AI (2+2) ຮຸ່ນທີ 2 ເຊິ່ງເປັນຫຼັກສູດຮ່ວມມືກັບມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງ (KUST) ທີ່ຈະສ້າງໂອກາດໃຫ້ ນັກສຶກສາໄດ້ຮຽນຮູ້ເຕັກໂນໂລຊີ AI ທີ່ທັນສະໄໝ ແລະ ກ້າວທັນໂລກ digital ຢ່າງແທ້ຈິງ!
ຈຸດເດັ່ນຂອງຫຼັກສູດ:
ຮູບແບບການຮຽນ: ຮຽນຢູ່ ຄະນະວິທະຍາສາດທຳມະຊາດ ມຊ (2 ປີ) + ຮຽນຢູ່ ມະຫາວິທະຍາໄລມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງ (KUST) (2 ປີ)
ວິຊາສອບເສັງ:
+ ຄວາມຮູ້ພື້ນຖານກ່ຽວກັບຄອມພິວເຕີ;
+ ຄະນິດສາດ;
+ ພາສາຈີນ
ເນື້ອຫາການຮຽນ: Machine Learning, Deep Learning, Data Science, Python, Computer Vision, AI Application ແລະ ອື່ນໆ.
ນ້ອງໆນັກຮຽນຜູ້ໃດສົນໃຈສະໝັກລາຍລະອຽດຕື່ມ



