ເກີດເຫດ​ແຜ່ນດິນໄຫວ​ 7.4​ ຣິກເຕີ! ຢູ່ໂກໂລມບີ​ ມີລາຍງານພົບຜູ້ເສຍຊີວິດແລ້ວ 111 ລາຍ!​

​ໃນວັນທີ 10 ສິງຫາ 2026​ ນີ້! ເວລາປະມານ 19:34 ໂມງ (ຕາມເວລາປະເທດລາວ) ໄດ້ເກີດເຫດແຜ່ນດິນໄຫວຢ່າງຮຸນແຮງ​ ຂະໜາດ 7.4 ຣິກເຕີ, ​ ຢູ່ແຂວງໂຊໂກ ທາງຕາເວັນຕົກຂອງປະເທດ​ ໂກໂລມບີ

ແຮງສັ່ນສະເທືອນໄດ້ສົ່ງຜົນໃຫ້ອາຄານຖະລົ່ມ 61 ແຫ່ງ, ບ້ານເຮືອນ​ເສຍຫາຍ​1,575 ຫຼັງ, ສາທາລະນະສຸກ 18​ ແຫ່ງ,​ ສະຖານສຶກສາ 52 ແຫ່ງ, ສູນ​ຊຸມຊົນ​ 17​ ແຫ່ງ​ ແລະ​ ຖະໜົນ​ 18​ ສາຍ​

​ ຕາມການລາຍງານຈາກສື່ທ້ອງຖິ່ນ ແລະ ໜ່ວຍງານຂອງລັດ ໃນເບື້ອງຕົ້ນ ໄດ້ຢືນຢັນພົບຜູ້ເສຍຊີວິດແລ້ວຢ່າງນ້ອຍ 111 ລາຍ ແລະ​ ບາດເຈັບ​ຢ່າງນ້ອຍ​ 87 ລາຍ​ (ຕົວເລກ​ອາດ​ມີ​ການປ່ຽນແປງ).

ທີ່ໜ້າຕົກໃຈ!​ ແລະ ເຮັດໃຫ້ປະຊາຊົນໃນພູມິພາກນີ້ວິຕົກກັງວົນກວ່າເກົ່າ ກໍຄືເຫດການນີ້ເກີດຂຶ້ນຫ່າງຈາກເຫດແຜ່ນດິນໄຫວຄັ້ງໃຫຍ່ໃນປະເທດເວເນຊຸເອລາ ພຽງ 46 ມື້ເທົ່ານັ້ນ ເຊິ່ງໃນຕອນນັ້ນ (24 ມິຖຸນາ 2026) ໄດ້ເກີດແຜ່ນດິນໄຫວຊ້ອນກັນ 2 ຄັ້ງ​ ຂະໜາດ 7.2 ແລະ 7.5 ເຮັດໃຫ້ເກີດຄວາມເສຍຫາຍຢ່າງໜັກໜ່ວງຢູ່ໃກ້ກັບກຸງຄາຣາກາດ ມີຜູ້ເສຍຊີວິດຫຼາຍກວ່າ 6,000 ລາຍ ແລະ ປະຊາຊົນກຳລັງຢູ່ໃນຊ່ວງການຟື້ນຟູເມືອງ

ຄວາມສູນເສຍທີ່ເກີດຂຶ້ນຢ່າງຕໍ່ເນື່ອງນີ້ ກຳລັງສ້າງຄວາມກັງວົນໃຈຢ່າງໜັກໃຫ້ກັບປະຊາຊົນ ແລະ ເຈົ້າໜ້າທີ່ກູ້ໄພ​ ທີ່ຕ້ອງເລັ່ງແຂ່ງກັບເວລາເພື່ອຄົ້ນຫາຜູ້ລອດຊີວິດຢູ່ກ້ອງຊາກຫັກພັງຢ່າງສຸດຄວາມສາມາດ ແລະ​ຊາວໂລກ​ ກຳລັງສົ່ງກຳລັງໃຈໃຫ້ຊາວໂກໂລມບີ ໃຫ້ຜ່ານພົ້ນວິກິດໃນຄັ້ງນີ້ໄປໃຫ້ໄດ້

​ທີ່ມາ: World​Forum, ໄທຣັດ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles