ເຈົ້າໜ້າທີ່ເປີດປະຕິບັດການເຂົ້າກວາດລ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ (Scammer), ຄໍເຊັນເຕີ (Call Center) ແລະ ພະນັນອອນລາຍ ຢູ່ບໍລິສັດ ລາວທາດຫຼວງ

ອີງຕາມການລາຍງານຈາກ ໜັງສືພິມຄວາມສະຫງົບ ໃຫ້ຮູ້ວ່າ: ໃນວັນທີ 08 ສິງຫາ 2026 ນີ້, ເຈົ້າໜ້າທີ່ໜ່ວຍສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດປະຕິບັດການເຂົ້າກວາດລ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ (Scammer), ຄໍເຊັນເຕີ (Call Center) ແລະ ພະນັນອອນລາຍ ຢູ່ບໍລິສັດ ລາວທາດຫຼວງ ລົງທຶນພັດທະນາ ຈຳກັດ ຕັ້ງຢູ່ເຂດເສດຖະກິດພິເສດບຶງທາດຫຼວງ (ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ).

ຜົນການປະຕິບັດງານຕົວຈິງ: ເຈົ້າໜ້າທີ່ສາມາດກັກຕົວຜູ້ກະທຳຜິດໄດ້ທັງໝົດ 261 ຄົນ (ຍິງ 35 ຄົນ), ປະກອບມີ 7 ສັນຊາດ ຄື:

ສັນຊາດຈີນ: 153 ຄົນ (ຍິງ 1 ຄົນ).

ສັນຊາດຫວຽດນາມ: 61 ຄົນ (ຍິງ 16 ຄົນ).​

ສັນຊາດໄທ: 36 ຄົນ (ຍິງ 16 ຄົນ).​

​ ສັນຊາດຈີນໄຕ້ຫວັນ​: 5 ຄົນ (ຍິງ 1 ຄົນ).

ສັນຊາດມາເລເຊຍ: 2 ຄົນ.

ສັນຊາດ ສ.ເກົາຫຼີ: 2 ຄົນ.

ສັນຊາດມຽນມາ: 2 ຄົນ (ຍິງ 1 ຄົນ).

ຂອງກາງທີ່ຢຶດໄດ້:

ຄອມພິວເຕີຕັ້ງໂຕະ: 404 ໜ່ວຍ.

ຄອມພິວເຕີໂນດບຸກ: 86 ໜ່ວຍ.

ໂທລະສັບມືຖື: 2,355 ໜ່ວຍ.

ຜ່ານການສອບສວນເບື້ອງຕົ້ນ, ອາຄານດັ່ງກ່າວເປັນຂອງ ບໍລິສັດ ລາວທາດຫຼວງ ລົງທຶນພັດທະນາ ຈຳກັດ. ປັດຈຸບັນ, ເຈົ້າໜ້າທີ່ກຳລັງຂະຫຍາຍຜົນສືບສວນ-ສອບສວນ ເພື່ອຊອກຫາຫົວໂປ່ໂຕການ ແລະ ຜູ້ຮ່ວມຂະບວນການ ມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ແຈ້ງເຖິງພໍ່ແມ່ປະຊາຊົນ: ຖ້າຫາກພົບເຫັນບຸກຄົນ, ກຸ່ມຄົນ ຫຼື ສະຖານທີ່ສົງໄສທີ່ມີການເຄື່ອນໄຫວກະທຳຜິດຕໍ່ກົດໝາຍ, ຂໍໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ໂດຍດ່ວນ ຫຼື ໂທແຈ້ງ ສາຍດ່ວນ: 1533 (ເປີດບໍລິການ 24 ຊົ່ວໂມງ).

​ທີ່ມາ: ຄວາມສະຫງົບ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles