ເມືອງໂຂງ 2 ບ້ານ ຖືກນ້ຳຂອງເຊາະເຈື່ອນແຄມຝັ່ງ ພາກສ່ວນກ່ຽວຂ້ອງເລັ່ງກວດກາ ແລະ ຮັບມື

ເມືອງໂຂງ, ແຂວງຈຳປາສັກ — ຈາກສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ລະດັບນ້ຳຂອງເພີ່ມສູງຂຶ້ນຢ່າງໄວວາ ແລະ ກະແສນ້ຳແຮງໄດ້ເຂົ້າກັດເຊາະແຄມຝັ່ງ ຈົນເກີດການເຊາະເຈື່ອນໃນ 2 ບ້ານ ຄື: ບ້ານຫ້ວຍ (ຄຸ້ມຫາງໂຂງ) ແລະ ບ້ານດອນສົມຕາເວັນອອກ.

ໃນຕອນເຊົ້າວັນທີ 10 ສິງຫາ 2026, ທ່ານ ໜູແສງ ຜຸຍບັນດິດ ຮອງປະທານຄະນະກຳມະການປົກຄອງເມືອງໂຂງ ແລະ ເປັນປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ກວດກາ ແລະ ຕິດຕາມສະພາບຄວາມເສຍຫາຍຕົວຈິງໃນທັງ 2 ບ້ານ.

ບ້ານຫ້ວຍ (ຄຸ້ມຫາງໂຂງ) ມີແຄມຝັ່ງຖືກເຊາະເຈື່ອນ 4 ຈຸດ ໂດຍແຕ່ລະຈຸດມີຄວາມຍາວປະມານ 18 ແມັດ ແລະ ເຊາະເລິກເຂົ້າໄປໃນຝັ່ງປະມານ 5 ແມັດ.

ບ້ານດອນສົມຕາເວັນອອກ ພົບການເຊາະເຈື່ອນແຄມຝັ່ງ ເລີ່ມຈາກບໍລິເວນດ້ານເໜືອຂອງວັດ ຕໍ່ເນື່ອງຜ່ານໜ້າວັດ ແລະ ລຽບຕາມແຄມທົ່ງນາ ລວມຄວາມຍາວປະມານ 800 ແມັດ ແລະ ເຊາະເລິກເຂົ້າຝັ່ງປະມານ 5 ແມັດ.

ທ່ານ ໜູແສງ ຜຸຍບັນດິດ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນທັງ 2 ບ້ານ ຮ່ວມມືກັນເລັ່ງແກ້ໄຂສະພາບການໃນເບື້ອງຕົ້ນ ໂດຍໃຫ້ຊ່ວຍກັນຈັດຫາໄມ້ມາປັກເປັນແນວກັ້ນຕາມຈຸດສ່ຽງ.

ຂະນະດຽວກັນ ທາງເມືອງຈະສະໜອງ ດິນ ແລະ ຫີນ ເພື່ອນຳມາຖົມ ແລະ ເສີມແນວແຄມຝັ່ງ. ພ້ອມທັງຈັດຫາເຮືອສຳລັບຂົນສົ່ງຫີນທີ່ກະກຽມໄວ້ ເພື່ອນຳໄປສ້າງແນວປ້ອງກັນແຄມຝັ່ງ ຫຼັງຈາກລະດັບນ້ຳຫຼຸດລົງ.

ພາກສ່ວນກ່ຽວຂ້ອງຈະສືບຕໍ່ຕິດຕາມສະພາບແຄມຝັ່ງຢ່າງໃກ້ຊິດ ແລະ ເລັ່ງປະສານງານແກ້ໄຂ ເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ປ້ອງກັນບໍ່ໃຫ້ການເຊາະເຈື່ອນຂະຫຍາຍຕົວເພີ່ມຂຶ້ນ.

ທີ່ມາ: ສະຖານີໂທລະພາບເມືອງໂຂງ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles