ຂໍເຊີນຊວນ ພໍ່ແມ່ປະຊາຊົນ, ພໍ່ແມ່-ຜູ້ປົກຄອງນັກຮຽນ, ພະນັກງານ, ທະຫານ, ຕຳຫຼວດ, ເຍົາວະຊົນ, ນັກຮຽນ-ນັກສຶກສາ ລວມເຖິງປະຊາຊົນທຸກຊັ້ນຄົນ ເຂົ້າຮ່ວມເລືອກຊື້ສິນຄ້າທີ່ຈຳເປັນ ໃນງານ “ກັບຄືນສູ່ໂຮງຮຽນ (Back to School)” ພາຍໃຕ້ “ໂຄງການລາຄາອຸ່ນໃຈ” ເພື່ອກຽມຄວາມພ້ອມໃຫ້ລູກຫຼານ ກ້າວເຂົ້າສູ່ສົກຮຽນໃໝ່ 2026-2027.
ພາຍໃນງານ ມີການຈັດຈຳໜ່າຍອຸປະກອນການຮຽນ, ເຄື່ອງແບບນັກຮຽນ ແລະ ສິນຄ້າຈຳເປັນຫຼາຍລາຍການ ເຊັ່ນ: ປື້ມແບບຮຽນ, ປື້ມຂຽນ, ກະເປົາ, ບິກ, ສໍດຳ, ຢາງລົບ, ໄມ້ບັນທັດ, ເຄື່ອງແບບນັກຮຽນ ແລະ ອຸປະກອນການຮຽນອື່ນໆ.
ນອກຈາກນັ້ນ ຍັງມີສິນຄ້າອຸປະໂພກ-ບໍລິໂພກທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ ໃຫ້ປະຊາຊົນໄດ້ເລືອກຊື້ຢ່າງຫຼາກຫຼາຍ.
ກຳນົດວັນ-ເວລາ
ວັນທີ: 14-15 ສິງຫາ 2026
ເວລາ: 09:00-19:00 ໂມງ
ສະຖານທີ່: ສວນປະຕູໄຊ ພາກຂະຫຍາຍໄລຍະທີ 1
(ບໍລິເວນພື້ນທີ່ກະຊວງຍຸຕິທຳເກົ່າ)
ຢ່າພາດ! ຮ່ວມກັນກຽມພ້ອມໃຫ້ລູກຫຼານກ່ອນເປີດສົກຮຽນໃໝ່ ພ້ອມເລືອກຊື້ສິນຄ້າທີ່ຈຳເປັນໃນລາຄານະໂຍບາຍ ໃນງານ “Back to School” ພາຍໃຕ້ໂຄງການ “ລາຄາອຸ່ນໃຈ”.
ມາຮ່ວມງານກັນຫຼາຍໆ ແລະ ຮ່ວມສ້າງບັນຍາກາດການກຽມພ້ອມສູ່ສົກຮຽນໃໝ່ 2026-2027 ໄປພ້ອມກັນ!


