ໃນຂະນະທີ່ຫຼາຍຄົນອາດຈະຄຸ້ນເຄີຍ ກັບພາບ ຂອງສະໄປເດີ້ແມນ ທີ່ກອບກູ້ໂລກໃນຈໍຮູບເງົາ ແຕ່ສຳລັບ ນະຄອນຫຼວງພະບາງແລ້ວ “ຮີໂຣ່ຕົວຈິງ” ບໍ່ໄດ້ໃສ່ຜ້າຄຸມ ຫຼື ປ່ອຍໄຍແມງມຸມ ຫາກແຕ່ແມ່ນປະຊາຊົນທົ່ວໄປທີ່ຮ່ວມແຮງຮ່ວມໃຈກັນ.
ໃນທຸກໆເຊົ້າວັນອາທິດ, ກຸ່ມຄົນຮັກສິ່ງແວດລ້ອມໄດ້ພ້ອມໃຈກັນເສຍສະຫຼະເວລາພັກຜ່ອນຂອງຕົນເອງ ອອກມາລວມຕົວກັນເພື່ອເຮັດກິດຈະກຳເກັບຂີ້ເຫຍື້ອ ປົກປັກຮັກສາຄວາມສະອາດ ແລະ ທວງຄືນຄວາມງົດງາມ ໃຫ້ແກ່ເມືອງມໍລະດົກໂລກ ຫຼວງພະບາງ.
ກິດຈະກຳດັ່ງກ່າວ ບໍ່ພຽງແຕ່ເປັນການທຳຄວາມສະອາດບ້ານເມືອງເທົ່ານັ້ນ, ແຕ່ຍັງເປັນການສະທ້ອນໃຫ້ເຫັນເຖິງພະລັງອັນຍິ່ງໃຫຍ່ຂອງການອະນຸລັກສິ່ງແວດລ້ອມ ໃນພາກປະຕິບັດ. ຂໍຊົມເຊີຍ ແລະ ຍົກຍ້ອງທຸກໆທ່ານທີ່ກາຍເປັນ “ສະໄປເດີແມນ” ໃນຊີວິດຈິງ ທີ່ລົງມືເຮັດແທ້ ເພື່ອບໍ່ໃຫ້ບັນຫາຂີ້ເຫຍື້ອ ມາທຳລາຍທຳມະຊາດ. ສິ່ງນີ້ໄດ້ພິສູດໃຫ້ເຫັນແລ້ວວ່າ ທຸກຄົນລ້ວນແຕ່ສາມາດເປັນຮີໂຣ່ໄດ້ ພຽງແຕ່ເລີ່ມຕົ້ນຈາກການລົງມືເຮັດ ໃນສິ່ງນ້ອຍໆ ແຕ່ສ້າງຜົນກະທົບທີ່ຍິ່ງໃຫຍ່ຕໍ່ໂລກໃບນີ້.
ສຳລັບໃຜທີ່ຢາກເປັນສ່ວນໜຶ່ງໃນການສ້າງສັງຄົມທີ່ໜ້າຢູ່ ແລະ ສີຂຽວສະອາດ ທ່ານກໍສາມາດກາຍເປັນຮີໂຣ່ໄດ້ເຊັ່ນກັນ! ມາປ່ຽນວັນພັກຜ່ອນທຳມະດາ ໃຫ້ກາຍເປັນມື້ທີ່ມີຄວາມໝາຍເພື່ອສິ່ງແວດລ້ອມທີ່ດີ ໄປນຳກັນ.
ສົນໃຈເຂົ້າຮ່ວມກິດຈະກໍາດີໆ ແບບນີ້ ກະລຸນາຕິດຕໍ່ຫາ
ເພາະພະລັງຂອງການຮັກໂລກ… ມັນງົດງາມແບບນີ້ນີ້ເອງ!


