ໃນຍຸກທີ່ໂລກອອນລາຍ ເຊື່ອມຕໍ່ຄົນເຂົ້າຫາກັນ ຢ່າງງ່າຍດາຍ, ການຊອກຫາຄວາມຮັກຜ່ານໜ້າຈໍໂທລະສັບ ໄດ້ກາຍເປັນເລື່ອງປົກກະຕິ ສຳລັບໄວໜຸ່ມລາວ. ແຕ່ຮູ້ຫຼືບໍ່? ບາງຄັ້ງ “ຄວາມຮັກ” ທີ່ທ່ານຄິດວ່າ ພົບໃນໂລກອອນລາຍ… ອາດຈະເປັນພຽງແຕ່ “ກັບດັກ” ທີ່ກຸ່ມມິດສາຊີບວາງແຜນໄວ້ ລໍຖ້າລ່າເຫຍື່ອ ຢ່າງເລືອດເຢັນ!
Romance Scam (ໄພຮ້າຍຈາກຮັກລວງຕາ)
ອາດຊະຍາກຳຮູບແບບນີ້ ບໍ່ໄດ້ພຽງແຕ່ພາຜູ້ເຄາະຮ້າຍໄປສູ່ການສູນເສຍຊັບສິນເງິນທອງ ຈຳນວນມະຫາສານ ເທົ່ານັ້ນ, ແຕ່ມັນຍັງເຂົ້າໄປທຳລາຍຄວາມຮູ້ສຶກ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຈິດ ຢ່າງຮ້າຍແຮງ.
ສັງເກດ 4 ສັນຍານອັນຕະລາຍ ກ່ອນຈະສາຍເກີນໄປ:
ມິດສາຊີບມັກຈະມາໃນຮູບແບບທີ່ຄາດບໍ່ເຖິງ ແຕ່ຈະມີຈຸດສັງເກດຫຼັກໆ ດັ່ງນີ້:
– ໂປຣໄຟລ໌ດູດີເກີນຈິງ (Too Good to Be True): ມັກໃຊ້ຮູບຄົນເຈົ້າຊູ້ ຫຼື ສາວງາມ, ເບິ່ງມີຖານະດີ, ດຳລົງຊີວິດຫຼູຫຼາ ແລະ ມັກອ້າງວ່າເປັນນັກທຸລະກິດ ຫຼື ເຮັດວຽກຢູ່ຕ່າງປະເທດ.
– ເລັ່ງລັດສ້າງຄວາມສຳພັນ: ເຂົ້າມາຕີສະໜິດຢ່າງວ່ອງໄວ, ໃຊ້ຄຳເວົ້າຫວານປານນໍ້າເຜິ້ງ ເພື່ອເຮັດໃຫ້ຫຼົງຮັກ ແລະ ມັກໃຫ້ຄຳສັນຍາເຖິງອະນາຄົດຮ່ວມກັນ.
– ຫຼີກລ່ຽງການເຫັນໜ້າ: ມັກຈະມີຂໍ້ອ້າງສະເໝີເມື່ອຂໍວິດີໂອຄໍ (Video Call) ແບບສົດໆ ຫຼື ຖ້າຮັບກໍຈະເຮັດໃຫ້ເຫັນໜ້າບໍ່ຊັດເຈນ, ສັນຍານຂັດຂ້ອງ ແລະ ບໍ່ຍອມນັດພົບຕົວຈິງ.
ຈຸດຈົບຄື “ຂໍຄວາມຊ່ວຍເຫຼືອເລື່ອງເງິນ”: ເມື່ອຮອດຈຸດໜຶ່ງທີ່ເຫຍື່ອຕາຍໃຈ, ຈະອ້າງສະຖານະການສຸກເສີນ (ເຊັ່ນ: ກະເປົາເງິນເສຍ, ປ່ວຍໜັກ, ຫຼື ມີເຄື່ອງຕິດຄາຢູ່ດ່ານພາສີຕ້ອງການເງິນໄປເສຍຄ່າປັບໃໝ) ເພື່ອຫຼອກໃຫ້ເຮົາໂອນເງິນໃຫ້.
ຢ່າປ່ອຍໃຫ້ “ຄວາມໂດດດ່ຽວ” ເຮັດໃຫ້ທ່ານຕົກເປັນເຫຍື່ອ!
ຈົ່ງມີສະຕິທຸກຄັ້ງໃນການຫຼິ້ນໂຊຊຽວ, ກວດສອບຂໍ້ມູນໃຫ້ດີ. ຈື່ໄວ້ສະເໝີວ່າ: “ຄວາມຮັກທີ່ແທ້ຈິງ ບໍ່ໄດ້ເລີ່ມຕົ້ນດ້ວຍການຮ້ອງຂໍເງິນ”
ຂໍ້ແນະນຳສຳຄັນ: ຫ້າມໂອນເງິນໃຫ້ຄົນທີ່ຮູ້ຈັກກັນພຽງແຕ່ໃນໂລກອອນລາຍ ແລະ ຍັງບໍ່ເຄີຍພົບໜ້າກັນຕົວຈິງເດັດຂາດ!
ຮ່ວມດ້ວຍຊ່ວຍກັນ: ຝາກກົດໄລຄ໌ ແລະ ແຊຣ໌ຂ່າວນີ້ຕໍ່ໄປ ເພື່ອເປັນກະບອກສຽງປ້ອງກັນຄົນທີ່ທ່ານຮັກ, ໝູ່ເພື່ອນ ແລະ ໄວໜຸ່ມລາວ ໃຫ້ລອດພົ້ນຈາກກັບດັກຂອງມິດສາຊີບ!


