ຫ້ອງວ່າການແຂວງ ໄດ້ອອກແຈ້ງການດ່ວນ ເລກທີ 3646/ຫຂຂ ລົງວັນທີ 6 ສິງຫາ 2026 ແຈ້ງເຖິງປະທານຄະນະກຳມະການປົກຄອງນະຄອນໄກສອນພົມວິຫານ ແລະ ປະທານຄະນະກຳມະການປົກຄອງທັງ 14 ເມືອງ ໃຫ້ຍົກລະດັບການກະກຽມຄວາມພ້ອມ ເພື່ອຮັບມື ແລະ ເຝົ້າລະວັງ ນ້ຳຖ້ວມຊູ, ນ້ຳຖ້ວມຂັງ ແລະ ດິນເຈື່ອນ ທົ່ວແຂວງ.
ແຈ້ງການດັ່ງກ່າວ ອີງຕາມແຈ້ງເຕືອນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ສະບັບເລກທີ 0699/ກອຕທ ລົງວັນທີ 5 ສິງຫາ 2026 ທີ່ລະບຸວ່າ ຮ່ອງຄວາມກົດດັນອາກາດຕ່ຳ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເຮັດໃຫ້ຫຼາຍພື້ນທີ່ມີຝົນຕົກຕໍ່ເນື່ອງ ຫາ ຕົກໜັກໃນບາງພື້ນທີ່ ພ້ອມມີລົມພັດແຮງເປັນບາງໄລຍະ ສົ່ງຜົນໃຫ້ລະດັບນ້ຳໃນຫຼາຍແຫຼ່ງມີແນວໂນ້ມສູງຂຶ້ນ ແລະ ສ່ຽງຕໍ່ການເກີດນ້ຳຖ້ວມຊູ, ນ້ຳຖ້ວມຂັງ ແລະ ດິນເຈື່ອນ.
ເພື່ອຫຼຸດຜ່ອນຜົນກະທົບ ຫ້ອງວ່າການແຂວງໄດ້ສັ່ງໃຫ້ທຸກທ້ອງຖິ່ນປະຕິບັດມາດຕະການຢ່າງເຂັ້ມງວດ ປະກອບມີ:
ແຈ້ງເຕືອນປະຊາຊົນໃຫ້ຮັບຊາບສະຖານະການ ພ້ອມກະກຽມບ່ອນອາໄສຊົ່ວຄາວ ແລະ ຍ້າຍຊັບສິນ ລວມທັງສັດລ້ຽງໄປໄວ້ໃນບ່ອນປອດໄພ.
ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳຈາກພາກສ່ວນທາງການ ພ້ອມປະສານງານກັບຄະນະກຳມະການໄພພິບັດຂັ້ນແຂວງຢ່າງໃກ້ຊິດ.
ແຕ່ງຕັ້ງຄະນະປະຈຳ ເພື່ອຕິດຕາມລະດັບນ້ຳ ແລະ ເຝົ້າລະວັງສະຖານະການນ້ຳຖ້ວມ, ດິນເຈື່ອນ ແລະ ລົມພັດແຮງຕະຫຼອດເວລາ.
ກະກຽມກຳລັງພົນ, ພາຫະນະ, ອຸປະກອນ ແລະ ເຄື່ອງບັນເທົາທຸກ ໃຫ້ພ້ອມສຳລັບການຕອບໂຕ້ສຸກເສີນ.
ຫາກເກີດໄພພິບັດ ໃຫ້ລະດົມກຳລັງເຂົ້າຊ່ວຍເຫຼືອປະຊາຊົນຢ່າງທັນການ ພ້ອມປະສານກັບພາກສ່ວນກ່ຽວຂ້ອງ ເພື່ອຕອບໂຕ້ສະຖານະການສຸກເສີນໃຫ້ມີປະສິດທິຜົນ.
ຫ້ອງວ່າການແຂວງ ຂໍໃຫ້ນະຄອນໄກສອນພົມວິຫານ ແລະ ທັງ 14 ເມືອງ ນຳເອົາມາດຕະການດັ່ງກ່າວໄປປະຕິບັດຢ່າງຮີບດ່ວນ ແລະ ເຂັ້ມງວດ ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ ພ້ອມຫຼຸດຜ່ອນຜົນກະທົບຈາກໄພທຳມະຊາດໃຫ້ໄດ້ຫຼາຍທີ່ສຸດ.


