5 ວິໄສທັດຂອງທ່ານ ທອງລີ ສີສຸລິດ ໃນການພັດທະນານັກທຸລະກິດໜຸ່ມລາວໃນໄລຍະໃໝ່

1. ສ້າງນັກທຸລະກິດໜຸ່ມ ເພື່ອສ້າງເສດຖະກິດເອກະລາດ ເປັນເຈົ້າເອງ

ນັກທຸລະກິດໜຸ່ມຕ້ອງເປັນກຳລັງສຳຄັນ ແລະ ເປັນຕົ້ນແບບໃນການຈັດຕັ້ງມະຕິ 04/ກມສພ ໃຫ້ເກີດຜົນເປັນຮູບປະທຳ; ເນັ້ນການຜະລິດພາຍໃນ, ຫຼຸດຜ່ອນການນຳເຂົ້າ, ສ້າງມູນຄ່າເພີ່ມ ແລະ ຍົກສູງສິນຄ້າລາວໃຫ້ສາມາດແຂ່ງຂັນໄດ້.

2. ສ້າງ “Big Data” ເພື່ອຮູ້ຈັກທຸລະກິດໜຸ່ມຢ່າງເລິກເຊິ່ງ

ເລັ່ງພັດທະນາເວັບໄຊ, ລະບົບຖານຂໍ້ມູນ ແລະ Big Data ດ້ານທຸລະກິດໜຸ່ມ ໃຫ້ມີຂໍ້ມູນທີ່ຄົບຖ້ວນ, ທັນສະໄໝ ແລະ ນຳໃຊ້ໄດ້ຈິງ; ຈາກນັ້ນນຳຂໍ້ມູນມາວາງແຜນ, ເຊື່ອມໂຍງເຄືອຂ່າຍ ແລະ ຈັບຄູ່ທຸລະກິດໃຫ້ເກີດໂອກາດໃໝ່.

3. ນຳ AI ແລະ Digital Platform ມາເປັນເຄື່ອງມືສ້າງທຸລະກິດຍຸກໃໝ່

ສົ່ງເສີມນັກທຸລະກິດໜຸ່ມໃຫ້ນຳ AI, Digital Platform ແລະ ເຕັກໂນໂລຊີໃໝ່ໆມາໃຊ້ໃນການບໍລິຫານ, ການຜະລິດ, ການຕະຫຼາດ ແລະ ການຄ້າ; ເພື່ອຫຼຸດຕົ້ນທຶນ, ເພີ່ມຜະລິດຕະພາບ, ເປີດຕະຫຼາດໃໝ່ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ.

4. ສ້າງກອງທຶນພັດທະນາ ສທໜລ ເພື່ອໃຫ້ “ມີໄອເດຍ ຕ້ອງມີທຶນ”

ເລັ່ງສ້າງນິຕິກຳ ແລະ ກົນໄກການເງິນທີ່ເໝາະສົມ ເພື່ອຈັດຕັ້ງກອງທຶນພັດທະນາ ສທໜລ; ສ້າງໂອກາດໃຫ້ Startup, SME ແລະ ທຸລະກິດໜຸ່ມເຂົ້າເຖິງທຶນ, ສິນເຊື່ອ, ທຶນໝູນວຽນ ແລະ ແຫຼ່ງທຶນອື່ນໆໄດ້ງ່າຍ, ໂປ່ງໃສ ແລະ ມີປະສິດທິຜົນ.

5. ສ້າງຈິດໃຈ “ເປັນເຈົ້າຕົນເອງ – ຮັບຜິດຊອບຕໍ່ຊາດ – ເຕີບໃຫຍ່ໄປພ້ອມກັນ”

ປູກຝັງທັດສະນະຄະຕິໃຫ້ນັກທຸລະກິດໜຸ່ມມີຄວາມກ້າຄິດ, ກ້າສ້າງ, ກ້າຮັບຜິດຊອບ ແລະ ພຶ່ງພາຕົນເອງ; ນຳເອົາສັກກະຍະພາບທີ່ຫຼາກຫຼາຍມາຫຼອມລວມເປັນພະລັງແຫ່ງຄວາມສາມັກຄີ, ສ້າງວັດທະນະທຳອົງກອນທີ່ເຂັ້ມແຂງ, ມີຈັນຍາບັນ ແລະ ສ້າງທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງ ຄຽງຄູ່ກັບການພັດທະນາປະເທດ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles