ລາວ – ໄທ ສົ່ງມອບກຸ່ມສໍ້ໂກງອອນລາຍ ແລະ ຫຼິ້ນພະນັນຜິດກົດໝາຍ ຄືນປະເທດ

ໃນວັນທີ 6 ສິງຫາ 2026 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ- ໜອງຄາຍ, ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຕົວຜູ້ຖືກຫາສັນຊາດໄທ ຈໍານວນ 32 ຄົນ ຍິງ 18 ຄົນ ທີ່ເປີດຫຼິ້ນການພະນັນຕ້ອງຫ້າມ, ດໍາເນີນກິດຈະການກ່ຽວກັບອາຊະຍາກໍາທາງລະບົບຄອມພິວເຕີ ແລະ ການສໍ້ໂກງຜ່ານລະບົບທາງໂຄລະຄົມ ຫຼື ສະແກມເມີ ໃຫ້ເຈົ້າໜ້າທີ່ທາງການໄທ ນຳໄປດໍາເນີນຄະດີ.

ຕາງໜ້າຝ່າຍເຈົ້າໜ້າທີ່ລາວ ເຊັນບົດບັນທຶກມອບໂດຍ ພັນໂທ ສີດາວົງ ດາວົງສອນ ຮອງຫົວໜ້າກົມ 204 ກົມໃຫຍ່ສັນຕິບານ ແລະ ຝ່າຍເຈົ້າໜ້າທີ່ໄທ ເຊັນບົດຮັບໂດຍ ພັນໂທ ທີຍານະພັດ ລັງສິພາມະນະກຸນ ຮອງຜູ້ກຳກັບການກວດຄົນເຂົ້າເມືອງ ຈັງຫວັດໜອງຄາຍ, ມີຄະນະທັງສອງຝ່າຍເຂົ້າຮ່ວມ.

ຜູ້ຖືກຫາຈໍານວນດັ່ງກ່າວ ໄດ້ຖືກເຈົ້າໜ້າທີ່ໜ່ວຍສະເພາະກິດແກ້ໄຂບັນຫາສະແກມເມີ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບກຳລັງປ້ອງກັນເຄື່ອນທີ່ ເຂົ້າມ້າງ ຢູ່ຕຶກອາຄານຂອງບໍລິສັດ ເອສທີ ເວກັສ (ST VEGUS) ຈຳກັດຜູ້ດຽວ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນເວລາ 10 ໂມງຂອງວັນທີ 18 ກໍລະກົດ 2026.

ໃນໂອກາດນີ້, ເຈົ້າໜ້າທີ່ຂໍສະແດງຄວາມຂອບໃຈຕໍ່ພໍ່ແມ່ປະຊາຊົນ ພົນລະເມືອງດີ ທີ່ໄດ້ແຈ້ງຂໍ້ມູນທີ່ເປັນປະໂຫຍດໃຫ້ເຈົ້າໜ້າທີ່ຈົນນຳໄປສູ່ການບຸກມ້າງຂະບວນການດັ່ງກ່າວໄດ້ຢ່າງຕໍ່ເນື່ອງ ແລະ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງພ້ອມກັນມີສະຕິໃນການໃຊ້ສື່ສັງຄົມອອນລາຍ ຢ່າຕົກເປັນເຫຍື່ອຂອງກຸ່ມແກ້ງສະແກມເມີ ແລະ ຢຸດຫຼິ້ນການພະນັນທຸກຮູບແບບ ໂດຍສະເພາະພະນັນອອນລາຍ ພ້ອມນັ້ນ ຖ້າຫາກທ່ານພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງໄສເຄື່ອນໄຫວກະຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ໂດຍດ່ວນ, ແຈ້ງເຂົ້າມາທາງເພຈຂອງພວກເຮົາ ຫຼື ເພຈກົມຕຳຫຼວດເສດຖະກິດ ຫຼື ແຈ້ງເຂົ້າສາຍດ່ວນ 1533 ໄດ້ຕະຫຼອດເວລາ.

ທີ່ມາ: ເພສຄວາມສະຫງົບ ປກສ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles