ໃນຂະນະທີ່ສັງຄົມກ້າວສູ່ຍຸກດິຈິຕອນຢ່າງເຕັມຕົວ ອາຊະຍາກຳອອນລາຍ ກໍໄດ້ພັດທະນາຮູບແບບໃໝ່ໆ ຢ່າງຕໍ່ເນື່ອງ ໂດຍກຸ່ມສະແກມເມີ ຫຼື ມິດສາຊີບອອນລາຍ ມັກອາໄສຄວາມໄວ້ວາງໃຈ ແລະ ຄວາມຮີບຮ້ອນຂອງເຫຍື່ອ ເພື່ອຫຼອກເອົາເງິນ ຫຼື ຂໍ້ມູນສ່ວນຕົວ.
ດັ່ງນັ້ນ ການຮູ້ເທົ່າທັນ ແລະ ມີສະຕິ ຈຶ່ງເປັນເກາະປ້ອງກັນທີ່ດີທີ່ສຸດ. ຍຶດຖືຫຼັກການ “3 ບໍ່” ເປັນແນວທາງໃນການປ້ອງກັນຕົນເອງ.
ບໍ່ຟ້າວຕັດສິນໃຈ: ມິດສາຊີບມັກໃຊ້ກົນລະຍຸດສ້າງຄວາມຕື່ນຕົກ ຫຼື ກົດດັນໃຫ້ເຫຍື່ອຕັດສິນໃຈໃນທັນທີ ເຊັ່ນ ອ້າງວ່າບັນຊີຖືກລະງັບ, ຖືກລາງວັນໃຫຍ່ ຫຼື ຄົນໃນຄອບຄົວເກີດເຫດ. ເມື່ອພົບຂໍ້ຄວາມລັກສະນະນີ້ ຄວນຕັ້ງສະຕິ ແລະ ກວດສອບຂໍ້ເທັດຈິງກ່ອນທຸກຄັ້ງ.
ບໍ່ເຊື່ອງ່າຍ: ບໍ່ຄວນເຊື່ອບຸກຄົນ ຫຼື ບັນຊີໃນສື່ອອນລາຍໂດຍບໍ່ກວດສອບ. ບໍ່ວ່າຈະເປັນການອ້າງໂຕເປັນເຈົ້າໜ້າທີ່ລັດ, ພະນັກງານທະນາຄານ, ບໍລິສັດຂົນສົ່ງ ຫຼື ການສ້າງຄວາມສຳພັນເພື່ອຫຼອກລວງ (Romance Scam) ກໍຄວນກວດສອບຂໍ້ມູນໃຫ້ລະອຽດກ່ອນ.
ບໍ່ໃຫ້ຂໍ້ມູນສ່ວນຕົວ: ຫ້າມເປີດເຜີຍລະຫັດ OTP, ລະຫັດຜ່ານ, ເລກບັດປະຈຳຕົວ, ຂໍ້ມູນບັນຊີທະນາຄານ ຫຼື ກົດລິ້ງທີ່ສົ່ງມາຈາກແຫຼ່ງທີ່ບໍ່ໜ້າເຊື່ອຖື ເພາະອາດນຳໄປສູ່ການສູນເສຍຂໍ້ມູນ ຫຼື ເງິນໃນບັນຊີ.
ກົນລະຍຸດທີ່ມິດສາຊີບນິຍົມໃຊ້: ປັດຈຸບັນ ການຫຼອກລວງທີ່ພົບເລື້ອຍ ໄດ້ແກ່ ການຊັກຊວນລົງທຶນທີ່ອ້າງຜົນຕອບແທນສູງ, ການຮັບຈ້າງກົດໄລກ໌-ແຊຣ໌ເພື່ອຮັບເງິນ, ການສົ່ງ SMS ຫຼື ຂໍ້ຄວາມພ້ອມລິ້ງປອມອ້າງຊື່ທະນາຄານ ຫຼື ໜ່ວຍງານລັດ ເພື່ອຫຼອກໃຫ້ດາວໂຫຼດແອັບທີ່ຝັງມາລແວ ລວມເຖິງການສ້າງເພຈຂາຍສິນຄ້າປອມ ທີ່ສະເໜີລາຄາຖືກຜິດປົກກະຕິ.
ວິທີປ້ອງກັນ: ກ່ອນໂອນເງິນ ຫຼື ເຮັດທຸລະກຳອອນລາຍ ຄວນກວດສອບຊື່ບັນຊີ ຫຼື ເບີໂທຜ່ານແຫຼ່ງຂໍ້ມູນທີ່ເຊື່ອຖື. ຄວນເປີດໃຊ້ລະບົບຢືນຢັນຕົວຕົນ 2 ຊັ້ນ (2FA) ໃນບັນຊີສຳຄັນ ແລະ ຖ້າພົບຄວາມຜິດປົກກະຕິ ຄວນຕັດການຕິດຕໍ່ ແລະ ບລັອກບັນຊີນັ້ນໃນທັນທີ.
ຖ້າເຜີຍກົດລິ້ງ ຫຼື ໂອນເງິນໃຫ້ມິດສາຊີບແລ້ວ ຄວນຮີບຕິດຕໍ່ທະນາຄານເພື່ອອາຍັດບັນຊີ, ເກັບຮັກສາຫຼັກຖານທຸກຢ່າງ ແລະ ແຈ້ງຄວາມຕໍ່ເຈົ້າໜ້າທີ່ ເພື່ອດຳເນີນການຕາມກົດໝາຍ.
ຂໍ້ຄິດສຳຄັນ: ການປ້ອງກັນອາຊະຍາກຳອອນລາຍ ບໍ່ແມ່ນອາໄສແຕ່ເທັກໂນໂລຊີ ແຕ່ຕ້ອງອາໄສ ສະຕິ, ການກວດສອບ ແລະ ຄວາມຮູ້ເທົ່າທັນ. ຈົ່ງຈື່ໄວ້ວ່າ “ບໍ່ຟ້າວ, ບໍ່ເຊື່ອ, ບໍ່ໃຫ້” ຄືຫຼັກການງ່າຍໆ ແຕ່ຊ່ວຍຫຼຸດຄວາມສ່ຽງຈາກການຕົກເປັນເຫຍື່ອຂອງມິດສາຊີບອອນລາຍໄດ້ຢ່າງຫຼາຍ.


