ຍ້ອນຮອຍ 6 ສິງຫາ 1991: ວັນທີ່ “World Wide Web” ເປີດສູ່ໂລກ ຈຸດເລີ່ມຕົ້ນຍຸກດິຈິຕອນ

ວັນທີ 6 ສິງຫາ 1991 ຖືເປັນອີກໜຶ່ງໜ້າປະຫວັດສາດສຳຄັນຂອງໂລກ ເມື່ອ ທິມ ເບີນເນີສ-ລີ (Tim Berners-Lee) ນັກວິທະຍາສາດຄອມພິວເຕີຊາວອັງກິດ ໄດ້ເປີດໃຫ້ສາທາລະນະເຂົ້າເຖິງ info cern ch ເວັບໄຊແຫ່ງທຳອິດຂອງໂລກ ທີ່ອົງການວິໄຈນິວເຄຼຍຢູໂຣບ (CERN) ນະຄອນເຈນີວາ.

ເວັບໄຊດັ່ງກ່າວຖືກສ້າງ ແລະ ໃຊ້ງານຜ່ານຄອມພິວເຕີ NeXT ໂດຍມີເນື້ອຫາເປັນຂໍ້ຄວາມລ້ວນໆ ອະທິບາຍວ່າ World Wide Web (WWW) ແມ່ນຫຍັງ, ວິທີນຳໃຊ້ Hypertext, ວິທີຄົ້ນຫາຂໍ້ມູນ ແລະ ການສ້າງ Web Server ຂອງຕົນເອງ. ໃນມື້ດຽວກັນ ທ່ານ Tim Berners-Lee ຍັງໄດ້ເຜີຍແຜ່ໂຄງການ WWW ຜ່ານກຸ່ມ alt hypertext ໃນ Usenet ເພື່ອເຊີນຊວນນັກພັດທະນາທົ່ວໂລກເຂົ້າຮ່ວມນຳໃຊ້.

ການເປີດໂຕເວັບໄຊທຳອິດໃນມື້ນັ້ນ ຍັງເປັນການນຳສະເໜີ 3 ເຕັກໂນໂລຊີພື້ນຖານ ທີ່ກາຍເປັນຫົວໃຈຂອງອິນເຕີເນັດຈົນເຖິງປັດຈຸບັນ ປະກອບມີ:

HTML – ພາສາສຳລັບສ້າງໜ້າເວັບ

HTTP – ມາດຕະຖານການຮັບ-ສົ່ງຂໍ້ມູນລະຫວ່າງ Browser ແລະ Server

URL – ລະບົບທີ່ຢູ່ຂອງເວັບໄຊ

ເຖິງແມ່ນວ່າໃນໄລຍະເລີ່ມຕົ້ນຈະມີຜູ້ໃຊ້ພຽງບໍ່ຫຼາຍ ແຕ່ເຫດການນີ້ໄດ້ຈຸດປະກາຍໃຫ້ເກີດການພັດທະນາ Web Browser ຢ່າງ Mosaic ແລະ Netscape ພ້ອມທັງການປະກາດໃຫ້ເທັກໂນໂລຊີ World Wide Web ເປັນສາທາລະນະ (Public Domain) ໃນປີ 1993 ເພື່ອໃຫ້ທຸກຄົນນຳໄປພັດທະນາໄດ້ຢ່າງເສລີ.

ຈາກເວັບໄຊພຽງໜ້າດຽວໃນຫ້ອງທົດລອງຂອງ CERN ເມື່ອປີ 1991 ປັດຈຸບັນໂລກມີເວັບໄຊຫຼາຍກວ່າ 1,100 ລ້ານເວັບໄຊ ແລະ ຜູ້ໃຊ້ອິນເຕີເນັດຫຼາຍກວ່າ 5 ພັນລ້ານຄົນ ທົ່ວໂລກ. ວັນທີ 6 ສິງຫາ 1991 ຈຶ່ງຖືກຈາລຶກໄວ້ວ່າເປັນວັນທີ່ World Wide Web ໄດ້ເປີດປະຕູສູ່ສາທາລະນະ ແລະ ວາງຮາກຖານໃຫ້ໂລກດິຈິຕອນຢ່າງແທ້ຈິງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles