ວຽງຈັນ, ສປປ ລາວ – ສ້າງຄວາມພາກພູມໃຈໃຫ້ກັບປະເທດຊາດອີກຄັ້ງ ເມື່ອ ກິໂນ ຫຼື ສິລິໄຊ ວົງສຳພັນ (Sirisay Vongsamphanh) ນັກເຄື່ອນໄຫວດ້ານຊາວໜຸ່ມຂອງລາວ ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ຜູ້ນຳຊາວໜຸ່ມ (Youth Leader) ຄົນທຳອິດຈາກ ສປປ ລາວ ຂອງອົງການ Global Partnership for Education (GPE). ການກ້າວເຂົ້າຮ່ວມເຄືອຂ່າຍຜູ້ນຳຊາວໜຸ່ມລະດັບໂລກໃນຄັ້ງນີ້ ມີເປົ້າໝາຍສຳຄັນເພື່ອຮ່ວມກັນເສີມສ້າງຄວາມເຂັ້ມແຂງໃຫ້ກັບລະບົບການສຶກສາ ແລະ ຜັກດັນໃຫ້ສຽງຂອງຊາວໜຸ່ມໄດ້ຮັບການຮັບຟັງຢ່າງມີຄວາມໝາຍ ໃນການກຳນົດນະໂຍບາຍ ແລະ ການຕັດສິນໃຈດ້ານການສຶກສາ.
ອົງການ GPE ແມ່ນໃຜ? ແລະ ມີບົດບາດແນວໃດໃນ ສປປ ລາວ?
Global Partnership for Education (GPE) ຄືຫຸ້ນສ່ວນລະດັບໂລກທີ່ໃຫຍ່ທີ່ສຸດ ເຊິ່ງອຸທິດຕົນເພື່ອການປະຮູບ ແລະ ຍົກລະດັບການສຶກສາໃນກຸ່ມປະເທດທີ່ມີລາຍໄດ້ຕ່ຳ. ອົງການ GPE ໄດ້ເຊື່ອມໂຍງການຮ່ວມມືລະຫວ່າງ ພາຄີລັດຖະບານ, ພັນທະມິດເພື່ອການພັດທະນາ, ພາກປະຊາສັງຄົມ, ຄູ-ອາຈານ, ຊາວໜຸ່ມ, ແລະ ພາກເອກະຊົນ ເພື່ອສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງເທົ່າທຽມ. ພ້ອມທັງຜັກດັນ ເປົ້າໝາຍການພັດທະນາຢ່າງຍືນຍົງ ເປົ້າໝາຍທີ 4 (SDG 4) ເພື່ອຮັບປະກັນການສຶກສາທີ່ຄອບຄຸມ ແລະ ເທົ່າທຽມສຳລັບທຸກຄົນ.
ສຳລັບໃນ ສປປ ລາວ, ອົງການ GPE ໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຮ່ວມພັດທະນາ ໂດຍມີ ອົງການຢູນີເຊັບ (UNICEF) ເຮັດໜ້າທີ່ເປັນຕົວແທນຜູ້ຄຸ້ມຄອງທຶນຊ່ວຍເຫຼືອ. ທຸກຝ່າຍໄດ້ຮ່ວມມືກັນຍົກລະດັບຄຸນນະພາບ, ຄວາມສະເໝີພາບ, ແລະ ຄວາມແຂງແກ່ນຂອງລະບົບການສຶກສາລາວ. ຜ່ານໂຄງການ GPE Youth Leaders ນີ້ ເປີດໂອກາດໃຫ້ໄວໜຸ່ມໄດ້ສະແດງທັດສະນະຄະຕິ ແລະ ມີສ່ວນຮ່ວມໃນການປະຮູບການສຶກສາຢ່າງແທ້ຈິງ.
ໃນຖານະຜູ້ນຳຊາວໜຸ່ມ GPE ຄົນທຳອິດຂອງລາວ, ສິລິໄຊ ຈະເຮັດໜ້າທີ່ເປັນ “ຂົວຕໍ່” ນໍາເອົາທັດສະນະຄະຕິ ແລະ ສຽງຂອງຊາວໜຸ່ມລາວ ເຂົ້າສູ່ການຫາລືດ້ານການສຶກສາໃນລະດັບພູມິພາກ ແລະ ລະດັບໂລກ. ພ້ອມດຽວກັນນັ້ນ, ກໍຈະນຳເອົາບົດຮຽນ ແລະ ປະສົບການຈາກສາກົນ ກັບມາຊ່ວຍພັດທະນາ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ກັບການສຶກສາຢູ່ ສປປ ລາວ.
ສິລິໄຊ ໄດ້ສະແດງຄວາມຫວັງວ່າ:
“ການໄດ້ຮັບແຕ່ງຕັ້ງໃນຄັ້ງນີ້ ຈະເປັນແຮງບັນດານໃຈໃຫ້ຊາວໜຸ່ມລາວຫັນມາໃຫ້ຄວາມສຳຄັນ ແລະ ມີສ່ວນຮ່ວມໃນການຜັກດັນດ້ານການສຶກສາຫຼາຍຂຶ້ນ. ເພາະຊາວໜຸ່ມບໍ່ໄດ້ເປັນພຽງ “ຜູ້ຮັບ” ຜົນປະໂຫຍດຈາກການສຶກສາເທົ່ານັ້ນ, ແຕ່ຍັງເປັນ “ພັນທະມິດທີ່ຄຸນຄ່າ” ໃນການຮ່ວມຄິດຄົ້ນວິທີແກ້ໄຂ ເພື່ອໃຫ້ການສຶກສາມີຄວາມຄອບຄຸມ, ສະເໝີພາບ, ແລະ ຕອບໂຈດຄວາມຕ້ອງການຂອງຜູ້ຮຽນຢ່າງແທ້ຈິງ.”
Lao Youth Radio


