ຈາກຜົນການຈັດອັນດັບດັດຊະນີຄວາມປອດໄພ (Safety Index) ໂດຍ Global Residence Index/ seasiastats ໄດ້ເຜີຍແຜ່ 10 ອັນດັບເມືອງທີ່ປອດໄພທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ (ASEAN) ນະຄອນຫຼວງວຽງຈັນ ຂອງປະເທດລາວເຮົາ ສາມາດຄວ້າ ອັນດັບທີ 4 ມາຄອງໄດ້ ດ້ວຍຄະແນນ 0.61 ເຊິ່ງສະທ້ອນໃຫ້ເຫັນເຖິງສະພາບແວດລ້ອມ, ຄວາມສະຫງົບຮຽບຮ້ອຍ ແລະ ຄວາມໜ້າຢູ່ຂອງເມືອງຫຼວງລາວໃນສາຍຕາຂອງພາກພື້ນ
ສະຫລຸບ 10 ອັນດັບເມືອງປອດໄພທີ່ສຸດໃນອາຊຽນ:
1. ສິງກະໂປ (Singapore): 0.97 ຄະແນນ (ຄອງອັນດັບ 1 ໃນອາຊຽນ).
2. ຈາກາຕາ (Jakarta, ອິນໂດເນເຊຍ): 0.72 ຄະແນນ.
3. ບາງກອກ (Bangkok, ໄທ): 0.65 ຄະແນນ.
4. ນະຄອນຫຼວງວຽງຈັນ (Vientiane, ລາວ): 0.61 ຄະແນນ
5. ຮາໂນ້ຍ (Hanoi, ຫວຽດນາມ): 0.60 ຄະແນນ.
6. ກົວລາລຳເປີ (Kuala Lumpur, ມາເລເຊຍ): 0.57 ຄະແນນ.
7. ພູເກັດ (Phuket, ໄທ): 0.57 ຄະແນນ.
8. ໂຮ່ຈີມິນ (Ho Chi Minh City, ຫວຽດນາມ): 0.56 ຄະແນນ.
9. ພະນົມເປັນ (Phnom Penh, ກໍາປູເຈຍ): 0.55 ຄະແນນ.
10. ມະນີລາ (Manila, ຟີລິບປິນ): 0.41 ຄະແນນ.
ຜົນການຈັດອັນດັບໃນຄັ້ງນີ້ ຊີ້ໃຫ້ເຫັນເຖິງລະດັບຄວາມປອດໄພທີ່ຫຼາກຫຼາຍໃນທົ່ວອາຊີຕາເວັນອອກສ່ຽງໃຕ້ ໂດຍມີເມືອງສຳຄັນຈາກຫຼາຍປະເທດຕິດອັນດັບ.
ການທີ່ນະຄອນຫຼວງວຽງຈັນຕິດຢູ່ໃນ Top 4 ນັ້ນ ເປັນອີກໜຶ່ງສິ່ງຢັ້ງຢືນເຖິງຄວາມໂດດເດັ່ນດ້ານຄວາມສະຫງົບປອດໄພ ແລະ ເປັນຈຸດໝາຍປາຍທາງທີ່ດຶງດູດທັງການທ່ອງທ່ຽວ ແລະ ການລົງທຶນໃນພາກພື້ນ
ທີ່ມາ: Seasia Stats


