ປ່ຽນໂສມໜ້າໃໝ່! ນະຄອນໂຮ່ຈີມິນ ຂອງ ຫວຽດນາມ ກຽມກ້າວເຂົ້າສູ່ການເປັນ “ເມືອງອັດສະລິຍະ” (Smart City) ລະດັບໂລກ ໂດຍປະກາດແຜນຍຸດທະສາດໃຫຍ່ໃນການໃຫ້ບໍລິການ Wi-Fi ຄວາມໄວສູງຟຣີ ໃນທຸກພື້ນທີ່ສາທາລະນະ ແລະ ກຽມທົດລອງນຳໃຊ້ເຄືອຂ່າຍ 6G ພາຍໃນປີ 2030 ນີ້. ໂຄງການນີ້ຖືເປັນການຍົກລະດັບຄັ້ງປະຫວັດສາດ ຫຼັງຈາກທີ່ຕົວເມືອງໄດ້ຂະຫຍາຍອານາເຂດໃຫຍ່ຂຶ້ນກວ່າເກົ່າເຖິງ 3 ເທົ່າທຽດກັບປີກ່ອນ ເຊິ່ງປັດຈຸບັນມີປະຊາກອນອາໄສຢູ່ໜາແໜ້ນຮອດ 14 ລ້ານຄົນ!
ຊີວິດການເປັນຢູ່ຂອງປະຊາຊົນຈະສະດວກສະບາຍຂຶ້ນແບບກ້າວກະໂດດ! ແຜນການນີ້ຈະປ່ຽນການບໍລິການຂອງພາກລັດໃຫ້ເປັນລະບົບອອນລາຍເຕັມຮູບແບບ (End-to-End) ເພື່ອແນໃສ່ສ້າງຄວາມພໍໃຈໃຫ້ປະຊາຊົນສູງເຖິງ 99%. ດ້ານການຈະລາຈອນກໍຈະລ້ຳໜ້າ ດ້ວຍລະບົບໄຟອໍານາດ ແລະ ກ້ອງວົງຈອນປິດອັດສະລິຍະ ທີ່ເຊື່ອມໂຍງຂໍ້ມູນແກ້ໄຂບັນຫາລົດຕິດ ແບບຣຽວທາມ (Real-time) ພ້ອມທັງປ່ຽນລົດໂດຍສານ ສາທາລະນະເປັນພະລັງງານສີຂຽວທັງໝົດ. ນອກຈາກນັ້ນ, ປະຊາຊົນທຸກຄົນຍັງຈະມີປະຫວັດສຸຂະພາບ ແບບເອເລັກໂຕຣນິກ ເພື່ອຮອງຮັບການປິ່ນປົວທາງໄກອີກດ້ວຍ.
ບໍ່ພຽງແຕ່ເລື່ອງຄວາມສະດວກສະບາຍ, ແຕ່ຍັງເນັ້ນໜັກການສຶກສາ ແລະ ເສດຖະກິດດິຈິຕອນຢ່າງຈິງຈັງ. ໂຮ່ຈີມິນ ກຽມຜັກດັນໂຄງການ “ໂຮງຮຽນດິຈິຕອນ 1,000 ແຫ່ງ” ໂດຍຄູ ແລະ ນັກຮຽນຈະມີບັນຊີການຮຽນຮູ້ອອນລາຍຢ່າງເຕັມລະບົບ. ສ່ວນໃນດ້ານເສດຖະກິດ, ເມືອງຕັ້ງເປົ້າໃຫ້ເສດຖະກິດດິຈິຕອນສ້າງລາຍຮັບກວມເອົາ 30-40% ຂອງ GDP ພາຍໃນພາກພື້ນ ພ້ອມທັງຊຸກຍູ້ທຸລະກິດສະຕາດອັບ (Startups) ໃໝ່ໆໃຫ້ເກີດຂຶ້ນຢ່າງໜ້ອຍ 300 ແຫ່ງ ແລະ ສ້າງສວນເຕັກໂນໂລຊີດິຈິຕອນ ຂະໜາດໃຫຍ່ເພີ່ມອີກ.
ສູ່ເປົ້າໝາຍການເປັນຜູ້ນຳຂອງອາຊີ! ໂດຍແຜນການນີ້ ໄດ້ຮັບແຮງບັນດານໃຈຈາກໂມເດວຄວາມສຳເລັດຂອງ ສິງກະໂປ ແລະ ຊຽງໄຮ້ ນີ້, ນະຄອນໂຮ່ຈີມິນ ໄດ້ວາງເປົ້າໝາຍອັນຍິ່ງໃຫຍ່ທີ່ຈະກ້າວຂຶ້ນເປັນ 1 ໃນ 50 ເມືອງອັດສະລິຍະອັນດັບຕົ້ນໆຂອງໂລກພາຍໃນປີ 2030. ແລະ ໃນໄລຍະຍາວພາຍໃນປີ 2045, ມະຫານະຄອນແຫ່ງນີ້ ຈະກາຍເປັນສູນກາງ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຊັ້ນນຳຂອງພາກພື້ນອາຊີ-ປາຊີຟິກ ຢ່າງເຕັມພາກພູມ.
ທີ່ມາ: VNExpress


