ລັດວິສາຫະກິດນ້ຳມັນເຊື້ອໄຟລາວ (ລນລ) ໄດ້ຈັດກອງປະຊຸມສະຫຼຸບຜົນການດຳເນີນທຸລະກິດປະຈຳປີ 2025 ແລະ ກຳນົດທິດທາງແຜນການປະຈຳປີ 2026 ໃນວັນທີ 23 ກໍລະກົດ 2026 ໂດຍມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານ ພ້ອມດ້ວຍຜູ້ແທນຈາກພາກສ່ວນຕ່າງໆ ແລະ ຄະນະບໍລິຫານ ລນລ ເຂົ້າຮ່ວມ.
ທ່ານ ວຽງທອງ ວົງທະວິໄລ ຜູ້ອຳນວຍການ ລນລ ໄດ້ລາຍງານວ່າ ໃນປີ 2025 ວິສາຫະກິດສາມາດດຳເນີນວຽກໄດ້ຢ່າງມີປະສິດທິຜົນ ໂດຍສືບຕໍ່ປັບປຸງລະບົບການບໍລິຫານໃຫ້ໂປ່ງໃສ, ພັດທະນາລະບົບດິຈິຕອນ ແລະ ຍົກລະດັບມາດຕະຖານການບໍລິການ. ອັດຕາການສູນເສຍນ້ຳມັນຫຼຸດລົງ 8,34% ຈາກປີກ່ອນ ແລະ ຍັງໄດ້ພັດທະນາລະບົບ POS, ATG ແລະ SCADA ໃນການຄຸ້ມຄອງ.
ຜົນການດຳເນີນທຸລະກິດໃນປີ 2025 ສາມາດສ້າງກຳໄລສຸດທິໄດ້ກວ່າ 70,24 ຕື້ກີບ ເພີ່ມຂຶ້ນ 70,29% ທຽບໃສ່ປີ 2024 ແລະ ສາມາດມອບລາຍຮັບເຂົ້າງົບປະມານລັດໄດ້ 1.023 ພັນຕື້ກີບ.
ປັດຈຸບັນ ລນລ ມີພະນັກງານ 504 ຄົນ ຫຼຸດລົງ 19,75% ຈາກປີກ່ອນ, ມີສາງນ້ຳມັນ 19 ແຫ່ງ, ປ້ຳນ້ຳມັນຕົວແບບ 20 ແຫ່ງ ແລະ 7 ສາຂາ ຄອບຄຸມທົ່ວປະເທດ.
ສຳລັບແຜນປີ 2026 ລນລ ຈະປັບປຸງປ້ຳນ້ຳມັນຕົວແບບ 6 ແຫ່ງ ແລະ ຂະຫຍາຍປ້ຳຕົວແທນ 30 ແຫ່ງ ພ້ອມຫັນມານຳໃຊ້ລະບົບດິຈິຕອນໃນການຄຸ້ມຄອງສາງ ແລະ ປ້ຳນ້ຳມັນ ເພື່ອຫຼຸດຕົ້ນທຶນ ແລະ ການສູນເສຍ ໂດຍຕັ້ງເປົ້າຫຼຸດການບົກແຫ້ງ-ລະເຫີຍອາຍລົງ 30% ຂອງເກນມາດຕະຖານ.
ນອກຈາກນັ້ນ ຍັງຈະສຸມໃສ່ແກ້ໄຂໜີ້ທວງຍາກໃຫ້ຫຼຸດລົງ 50% ຕໍ່ປີ, ປັບປຸງສະຫວັດດີການພະນັກງານ, ພັດທະນາສາງນ້ຳມັນ ແລະ ປ້ຳບໍລິການ ພ້ອມທັງກະກຽມຈັດຫານ້ຳມັນສຳຮອງໃຫ້ແກ່ລັດຖະບານ.
ສ່ວນແຜນຍຸດທະສາດໄລຍະ 2026-2030 ລນລ ຈະຮັບປະກັນການສະໜອງນ້ຳມັນເຊື້ອໄຟໃຫ້ພຽງພໍ ແລະ ທົ່ວເຖິງ, ປັບປຸງການຄຸ້ມຄອງບຸກຄະລາກອນ, ສ້າງລາຍຮັບໃຫ້ລັດ ແລະ ຕັ້ງເປົ້າຍອດຂາຍລວມ 5 ປີ ໃຫ້ບັນລຸ 1.880 ລ້ານລິດ ພ້ອມມຸ່ງໜ້າປ່ຽນ ລນລ ໃຫ້ເປັນບໍລິສັດມະຫາຊົນ ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບໃນອະນາຄົດ.
ທີ່ມາ: ຂ່າວເສດຖະກິດສັງຄົມ


