ໃນວັນທີ 30 ກໍລະກົດ 2026 ຄະນະກຳມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເມືອງສີໂຄດຕະບອງ ໃນນາມຜູ້ຕິດຕາມ, ກວດກາ ແລະ ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ແກ້ໄຂສິ່ງກີດຂວາງ, ຄວາມບໍ່ສະອາດ ແລະ ຄຸ້ມຄອງການຈົກດິນ-ຖົມດິນປະເພດຕ່າງໆ ໃນຂອບເຂດທົ່ວເມືອງ ໄດ້ລົງພື້ນທີ່ຈັດລະບຽບຄວາມເປັນລະບຽບຂອງຕົວເມືອງ.
ການລົງພື້ນທີ່ຄັ້ງນີ້ ນຳພາໂດຍ ທ່ານ ວິໄຊ ໄຊທານີ ຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ເມືອງສີໂຄດຕະບອງ ໂດຍມີພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ຮ່ວມລົງສົມທົບ.
ຄະນະປະຕິບັດງານໄດ້ລົງແກ້ໄຂ ປ້າຍໂຄສະນາ-ປະຊາສຳພັນ ທີ່ຕິດຕັ້ງຕາມແນວເສັ້ນທາງ ພ້ອມທັງຈັດລະບຽບສິນຄ້າທີ່ວາງອອກມາເກີນເຂດທີ່ກຳນົດ ໃນເສັ້ນທາງແຕ່ບ້ານໜອງບົວທອງ ຫາ ບ້ານໜອງບຶກ ລວມທັງໝົດ 6 ພາກສ່ວນ.
ຈາກການລົງກວດກາ ພົບວ່າບັນດາຜູ້ປະກອບການໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການປັບປຸງ ແລະ ຈັດລະບຽບພື້ນທີ່ໃຫ້ຖືກຕາມລະບຽບ ເພື່ອສ້າງພາບລັກທີ່ສະອາດ, ເປັນລະບຽບ ແລະ ສວຍງາມໃຫ້ແກ່ນະຄອນຫຼວງວຽງຈັນ.
ທີ່ມາ: ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ


