ຂ່າວດີສຳລັບວົງການກະສິກຳ ແລະ ພືດສວນບ້ານເຮົາ! ສປປ ລາວ ກຽມພ້ອມທີ່ຈະໄປໂຊສັກກະຍະພາບ ໃນເວທີລະດັບໂລກແລ້ວ!
ເມື່ອວັນທີ 29 ກໍລະກົດ ທີ່ຜ່ານມາ, ຄະນະກຳມະການຊີ້ນຳລະດັບຊາດ ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ເພື່ອກຽມຄວາມພ້ອມນຳພາ ສປປ ລາວ ເຂົ້າຮ່ວມງານໃຫຍ່ລະດັບໂລກຢ່າງ “ມະຫະກຳພືດສວນໂລກ” (World Horticulture Expo). ງານນີ້ໄດ້ຮັບກຽດເປັນປະທານໂດຍ ທ່ານ ລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍບັນດາຮອງລັດຖະມົນຕີ ແລະ ຕົວແທນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ງານນີ້ ສປປ ລາວ ເຮົາຈະໄປໂຊຜົນງານຢູ່ໃສແດ່?
1. ປະເທດໄທ : ງານມະຫະກຳພືດສວນໂລກ ທີ່ແຂວງອຸດອນທານີ (ເດືອນພະຈິກ 2026)
2. ປະເທດຍີ່ປຸ່ນ : ງານມະຫະກຳພືດສວນໂລກ ທີ່ເມືອງໂຢໂກຮາມາ (ເດືອນມີນາ 2027)
ໃນກອງປະຊຸມ, ທຸກພາກສ່ວນໄດ້ຮ່ວມກັນທົບທວນໜ້າທີ່, ຖອດຖອນບົດຮຽນຈາກງານຄັ້ງກ່ອນໆ ພ້ອມທັງລະດົມສະໝອງວາງຄອນເຊັບ (Concept), ຫົວຂໍ້ ແລະ ຮູບແບບການຈັດສະແດງ ເພື່ອຮັບປະກັນວ່າບູທຂອງ ສປປ ລາວ ຈະອອກມາໂດດເດັ່ນ ແລະ ໜ້າສົນໃຈທີ່ສຸດ! ![]()
![]()
ນອກຈາກນີ້, ທ່ານລັດຖະມົນຕີ ຍັງໄດ້ກ່າວຊົມເຊີຍຄະນະເຮັດວຽກທີ່ກຽມຄວາມພ້ອມໄດ້ເປັນຢ່າງດີ ພ້ອມທັງເນັ້ນໜັກໃຫ້ວາງແຜນການຈັດຕັ້ງປະຕິບັດໃຫ້ລະອຽດ, ແບ່ງໜ້າທີ່ກັນໃຫ້ຊັດເຈນ ແລະ ຕ້ອງມີການລາຍງານຄວາມຄືບໜ້າເປັນໄລຍະ ເພື່ອໃຫ້ທຸກຢ່າງສຳເລັດຕາມເປົ້າໝາຍຢ່າງສົມບູນແບບ!
ມາຮ່ວມສົ່ງກຳລັງໃຈໃຫ້ທີມງານ ແລະ ລໍຖ້າຕິດຕາມຜົນງານຂອງ ສປປ ລາວ ໃນເວທີໂລກໄປພ້ອມໆກັນເດີ້ທຸກຄົນ! ຖ້າມີພາບແບບບູທອອກມາ ແອດມິນຈະຟ້າວເອົາມາອັບເດດໃຫ້ເບິ່ງກ່ອນໝູ່ເລີຍ!
ຄັດຈາກ: KP

