30 ກໍລະກົດ ແມ່ນວັນສາກົນຕ້ານການຄ້າມະນຸດ! ອີງຕາມກົດໝາຍ ວ່າດ້ວຍ ການຕ້ານການຄ້າມະນຸດ ສະບັບເລກທີ 73/ສພຊ, ລົງວັນທີ 17 ທັນວາ 2017 ມາດຕາ 2 ລະບຸວ່າ: ການຄ້າມະນຸດ ແມ່ນການຊອກຫາ, ລັກພາຕົວ, ການເຄື່ອນຍ້າຍ, ການຂົ່ນສົ່ງ ຫລື ນຳສົ່ງ, ຮັບເອົາຄົນຢູ່ພາຍໃນ ຫລື ຕ່າງປະເທດ, ການໃຫ້ບ່ອນພັກເຊົາ ຫລື ລີ້ຊ້ອນດ້ວຍການຂົນຂວາຍ, ແນະນຳ, ຕົວະຍົວະຫລອກລວງ, ຊື້ຈ້າງ, ຈອບອອຍ, ຍຸຍົງ, ສວຍໃຊ້ອຳນາດ, ບັງຄັບ, ນາບຂູ່, ຜູກມັດດ້ວຍໜີ້ສິນ, ການເອົາເດັກມາລ້ຽງ ຫລື ເອົາເດັກເປັນລູກລ້ຽງແອບແຝງ, ໝັ້ນໝາຍແອບແຝງ, ແຕ່ງດອງແອບແຝງ, ການໃຫ້ຖືພາ, ຂໍທານ ແລະ ການຖ່າຍຮູບພາບ, ສະແດງ, ເຜີຍແຜ່ສິ່ງລາມົກ ຫລື ດ້ວຍຮູບການອື່ນໆ ເພື່ອຂູດຮີດແຮງງານ, ຂູດຮີດທາງເພດ, ເປັນຂ້າທາດ, ຄ້າໂສເພນີ, ບັງຄັບໃຫ້ເປັນໂສເພນີ, ເອົາອະໄວຍະວະຕ່າງໆຂອງຮ່າງກາຍໄປຂາຍ ແລະ ສິ່ງອື່ນ ທີ່ຂັດກັບກົດໝາຍ ແລະ ວັດທະນະທຳອັນດີງາມຂອງຊາດ ຫລື ຈຸດປະສົງອື່ນ ເພື່ອຫາຜົນປະໂຫຍດ.
ສປປ ລາວ ຍັງມີຄວາມສ່ຽງ ເປັນປະເທດຕົ້ນທາງຂອງ ຂະບວນການຄ້າມະນຸດ; ເຊິ່ງສາເຫດ ແມ່ນເກີດຈາກຫຼາຍປັດໄຈ ເປັນຕົ້ນ: ບັນຫາຄວາມທຸກຍາກ, ລະດັບການສຶກສາ, ຄວາມຮູ້ດ້ານວິຊາຊີບ, ສີມືແຮງງານ ແລະ ສະພາບຄວາມແຕກໂຕນດ້ານການພັດທະນາ ໃນອະນຸພາກພື້ນ ບວກກັບ ການຂະຫຍາຍຕົວຢ່າງໄວວາຂອງພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ, ສາທາລະນະ, ເຕັກໂນໂລຊີ ແລະ ການສື່ສານ ທີ່ບໍ່ມີເຂດແດນ.
ບັນຫາດັ່ງກ່າວ ໄດ້ກາຍເປັນສິ່ງກະຕຸກຊຸກຍູ້, ເປັນປັດໄຈດຶງດູດ, ເຮັດໃຫ້ມີການເຄື່ອນຍ້າຍພົນລະເມືອງ ຈາກຊົນນະບົດເຂົ້າສູ່ຕົວເມືອງ ແລະ ຈາກ ສປປ ລາວ ໄປຫາປະເທດອື່ນ ເພື່ອສະແຫວງຫາຊີວິດການເປັນຢູ່ທີ່ດີກວ່າ.
ປະເພດຂອງການຄ້າມະນຸດ ທີ່ພົ້ນເດັ່ນກວ່າໝູ່ ແມ່ນການຂູດຮິດທາງເພດ ແລະ ການຂູດຮີດແຮງງານ ດ້ວຍການຕົວະຍົວະຫຼອກລວງ ໃນຮູບການໄປທ່ອງທ່ຽວ, ຄ້າຂາຍ, ອອກແຮງງານ ແລະ ແຕ່ງດອງກັບຄົນຕ່າງປະເທດ ໂດຍບໍ່ຜ່ານອົງການທີ່ກ່ຽວຂ້ອງ.
ຕໍ່ກັບບັນຫາການຄ້າມະນຸດ, ອົງການສະຫະປະຊາຊາດ ໄດ້ໃຫ້ຄວາມສຳຄັນເປັນພິເສດ ດັ່ງນີ້:
ໃນປີ 2010, ກອງປະຊຸມສະມັດຊາໃຫຍ່ຂອງ ສະຫະປະຊາຊາດ ໄດ້ຮັບຮອງເອົາ ແຜນປະຕິບັດງານສາກົນ ກ່ຽວກັບ ການຕ້ານການຄ້າມະນຸດ.
ຕໍ່ມາວັນທີ 18 ທັນວາ 2013, ກອງປະຊຸມສະມັດຊາໃຫຍ່ຂອງ ສະຫະປະຊາຊາດ ຄັ້ງທີ 68 ໄດ້ຮັບຮອງເອົາ ຍັດຕິ ເລກທີ 192 ກ່ຽວກັບ ການເພີ່ມທະວີຄວາມພະຍາຍາມ ໃນການປະສານງານ ເພື່ອການຕ້ານການຄ້າມະນຸດ ແລະ ຕົກລົງຮັບຮອງເອົາ ວັນທີ 30 ກໍລະກົດ ຂອງທຸກໆປີ ເປັນ “ ວັນສາກົນຕ້ານການຄ້າມະນຸດ ”.
ຫາກທ່ານພົບເຫັນການກະທຳ ທີ່ເປັນການຄ້າມະນຸດ ໃຫ້ໂທແຈ້ງສາຍດ່ວນ 1300 (ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ).


