ແຂວງວຽງຈັນ ດຶງດູດນັກທ່ອງທ່ຽວເກືອບ 2 ລ້ານເທື່ອຄົນ ສ້າງວຽກກວ່າ 15.000 ຕຳແໜ່ງ

ແຂວງວຽງຈັນ ສືບຕໍ່ສະແດງສັກກະຍະພາບດ້ານການທ່ອງທ່ຽວ ໂດຍສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ, ໃນນັ້ນ ນັກທ່ອງທ່ຽວຕ່າງປະເທດມີ 769.216 ເທື່ອຄົນ ຄິດເປັນ 98% ຂອງແຜນການປີ. ຜົນສຳເລັດດັ່ງກ່າວ ສາມາດສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 15.000 ຕຳແໜ່ງ ແລະ ກໍ່ໃຫ້ເກີດມູນຄ່າການລົງທຶນດ້ານການທ່ອງທ່ຽວກວ່າ 4.732 ຕື້ກີບ.

ພ້ອມກັນນັ້ນ ແຂວງໄດ້ເລັ່ງພັດທະນາໂຄງສ້າງພື້ນຖານດ້ານການທ່ອງທ່ຽວ ຜ່ານໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກ ADB ມູນຄ່າຫຼາຍກວ່າ 20 ລ້ານໂດລາສະຫະລັດ. ໂຄງການສຳຄັນ ເຊັ່ນ ການປັບປຸງອ່າງນ້ຳງື່ມ 1, ການກໍ່ສ້າງຂົວຂ້າມນ້ຳຊອງ, ເສັ້ນທາງວົງແຫວນ, ນ້ຳຕົກຕາດແກ້ງຍຸຍ ແລະ ການປັບປຸງເທດສະບານເມືອງວັງວຽງ ທີ່ປະຈຸບັນສຳເລັດແລ້ວ 95%.

ດ້ານການພັດທະນາທຸລະກິດ ແຂວງໄດ້ອອກໃບອະນຸຍາດປະກອບການທ່ອງທ່ຽວຜ່ານລະບົບອອນລາຍ 114 ຫົວໜ່ວຍ ເຮັດໃຫ້ມີທຸລະກິດທ່ອງທ່ຽວທົ່ວແຂວງລວມ 1.201 ຫົວໜ່ວຍ. ນອກຈາກນັ້ນ ຍັງໄດ້ສະໜອງແຫຼ່ງທຶນຈຳນວນ 23 ຕື້ກີບ ໃຫ້ 16 ທຸລະກິດ ເພື່ອຍົກລະດັບ Homestay, ການທ່ອງທ່ຽວສີຂຽວ ແລະ ຂະຫຍາຍເສັ້ນທາງທ່ອງທ່ຽວເຊື່ອມໂຍງກັບຈັງຫວັດເລີຍ ຂອງປະເທດໄທ.

ຄຽງຄູ່ກັນນັ້ນ ແຂວງວຽງຈັນ ຍັງສືບຕໍ່ອະນຸລັກ ແລະ ສົ່ງເສີມມໍລະດົກວັດທະນະທຳ ໂດຍມີບ້ານວັດທະນະທຳ 415 ບ້ານ ແລະ ຄອບຄົວວັດທະນະທຳ 72.671 ຄອບຄົວ ຫຼື ກວມ 89,44% ຂອງຄອບຄົວທັງໝົດ. ພ້ອມທັງກະກຽມສະເໜີຂຶ້ນທະບຽນສິລະປະລາຍງ້າວບ້ານປາກກະຍຸງເປັນມໍລະດົກແຫ່ງຊາດ ແລະ ຮັບຮອງວັດພະທອງສາມສີ ແລະ ວັດພະທາດມາຫຼ້າ ເປັນມໍລະດົກວັດທະນະທຳຂັ້ນທ້ອງຖິ່ນ.

ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ສືບຕໍ່ຍົກລະດັບຄຸນະພາບການບໍລິການ, ພັດທະນາການທ່ອງທ່ຽວຕາມມາດຕະຖານອາຊຽນ, ນຳໃຊ້ເທັກໂນໂລຊີ ແລະ ອະນຸລັກເອກະລັກວັດທະນະທຳ ເພື່ອຜັກດັນໃຫ້ແຂວງວຽງຈັນ ເປັນຈຸດໝາຍປາຍທາງທ່ອງທ່ຽວສຳຄັນ ແລະ ສ້າງລາຍຮັບຢ່າງຍືນຍົງໃຫ້ແກ່ປະຊາຊົນ.

ທີ່ມາ: KPL

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles