ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ (30 ກໍລະກົດ 2026) ນີ້, ທ່ານ ປອ. ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ, ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ໄດ້ອອກມາເຕືອນ ແລະ ສົ່ງຄວາມຫ່ວງໄຍເຖິງພີ່ນ້ອງປະຊາຊົນລາວເຮົາທຸກຄົນ ກ່ຽວກັບໄພຂົ່ມຂູ່ທີ່ກຳລັງໃກ້ໂຕເຮົາເຂົ້າມາທຸກມື້ ໂດຍມີລາຍວະອຽດໂດຍຫຍໍ້ດັ່ງນີ້:
ປີນີ້ ອົງການສະຫະປະຊາຊາດ (UN) ເພິ່ນໄດ້ເນັ້ນໃສ່ຫົວຂໍ້ “Trapped Behind the Scam” ຫຼື ເວົ້າງ່າຍໆກໍຄື “ຕິດກັບດັກຢູ່ເບື້ອງຫຼັງການຫຼອກລວງ” ຖ້ານຶກພາບບໍ່ອອກ ມັນຄືການທີ່ກຸ່ມແກ້ງອາຊະຍາກຳຂ້າມຊາດ ໃຊ້ສື່ social media, ແອບແຝງຕ່າງໆ ຫຼື ເພຈຫາງານ ມາເປັນສິ່ງລໍ້ລວງເຮົານັ້ນເອງ.
ລອງມາເບິ່ງວ່າ ເພິ່ນເຕືອນຫຍັງເຮົາແດ່?
“ວຽກສະບາຍ ລາຍໄດ້ສູງ” – ເວົ້າກັນກົງໆເລີຍວ່າ ບໍ່ມີຢູ່ຈິງ! ຍ້ອນສະພາບເສດຖະກິດຝືດເຄືອງ, ເຮັດໃຫ້ຫຼາຍຄົນຢາກມີລາຍໄດ້ເພີ່ມ ຈົນຕົກເປັນເຫຍື່ອຍອມຈ່າຍເງິນໃຫ້ນາຍໜ້າ ຫຼື ລັກລອບໄປບ້ານເພິ່ນເມືອງເພິ່ນແບບຜິດກົດໝາຍ.
ຜົນທີ່ຕາມມາແມ່ນຫຍັງ? ເມື່ອໄປເຖິງແລ້ວ ກໍຖືກບັງຄັບໃຫ້ເຮັດວຽກໜັກ, ຄ່າຈ້າງບໍ່ໄດ້ ຫຼື ໄດ້ໜ້ອຍ, ຖືກທຳຮ້າຍຮ່າງກາຍ-ຈິດໃຈ ແລະ ບາງຄົນຖືກກັກຂັງບໍ່ໃຫ້ຕິດຕໍ່ໃຜ.
ແຕ່ງດອງແອບແຝງ: ອີກຮູບແບບໜຶ່ງແມ່ນການເອົາເງິນຄ່າດອງແພງໆ ມາລໍ້ລວງຍິງສາວລາວເຮົາໃຫ້ໄປແຕ່ງດອງກັບຄົນຕ່າງປະເທດ ແຕ່ສຸດທ້າຍຖືກບັງຄັບໃຫ້ເປັນທາດບໍລິການທາງເພດ ຫຼື ຖືກຖືພາແທນ (ອຸ້ມບຸນ).
ທ່ານ ປອ. ຄຳພັນ ພົມມະທັດ ໄດ້ເນັ້ນຢ້ຳວ່າ ປີ 2026-2030 ນີ້, ລັດຖະບານລາວເຮົາຈະ “ທັບມ້າງ ແລະ ກວດລ້າງ” ເຄືອຂ່າຍນາຍໜ້າ, ການແຕ່ງດອງແອບແຝງ, ການຖືພາແທນ ແລະ ການຂູດຮີດທາງເພດຂ້າມຊາດ ໃຫ້ໝົດໄປຈາກສັງຄົມ.
ໂດຍເພິ່ນໄດ້ສັ່ງການໃຫ້ 4 ຂະແໜງການຫຼັກ ລົງມືເຮັດແທ້ເຮັດຈິງ:
ສື່ມວນຊົນ: ຕ້ອງຟ້າວຕີແຜ່ເລ່ຫຼ່ຽມໃໝ່ໆຂອງພວກຫຼອກລວງ ເພື່ອໃຫ້ປະຊາຊົນຮູ້ທັນ ແລະ ກວດກາຮ້ານບັນເທິງ/ສະຖານທີ່ພັກຢ່າງເຂັ້ມງວດ.
ຕຳຫຼວດ & ເຕັກໂນໂລຊີ: ເຝົ້າລະວັງຕາມດ່ານຊາຍແດນ, ຕິດຕາມລ່າໂຕພວກນາຍໜ້າ, ແລະ ປິດເພຈ/ສື່ອອນລາຍທີ່ຫຼອກລວງຈັດຫາງານ ທັນທີ. ໃຜເປັນນາຍໜ້າ ແມ່ນຈະຖືກດຳເນີນຄະດີຢ່າງໜັກ!
ກະຊວງແຮງງານ: ເຂັ້ມງວດກັບບໍລິສັດຈັດຫາງານ ແລະ ສົ່ງເສີມການສ້າງວຽກເຮັດງານທຳຢູ່ພາຍໃນປະເທດເຮົາໃຫ້ຫຼາຍຂຶ້ນ.
ສະຖານທູດລາວຢູ່ຕ່າງປະເທດ: ໃຫ້ຄອຍຊ່ວຍເຫຼືອ ແລະ ເຂົ້າໄປກອບກູ້ຄົນລາວທີ່ຕົກເປັນເຫຍື່ອຢູ່ຕ່າງປະເທດ ໃຫ້ປອດໄພ ແລະ ທັນເວລາ.
ສິ່ງທີ່ເຮົາທຸກຄົນຕ້ອງເຮັດຮ່ວມກັນ!
ມີສະຕິຢູ່ສະເໝີ Always: ກ່ອນຈະຕັດສິນໃຈໄປເຮັດວຽກ, ໝັ້ນໝາຍ ຫຼື ແຕ່ງດອງກັບຄົນແປກໜ້າ/ຄົນຕ່າງປະເທດ ຕ້ອງເຊັກຂໍ້ມູນໃຫ້ດີໆກ່ອນ.
ຖ້າພົບເຫັນເບາະແສ ຫຼື ຮູ້ສຶກບໍ່ຊອບມາພາກົນ: ໃຫ້ຟ້າວໂທແຈ້ງດ່ວນ!
ສາຍດ່ວນຕ້ານການຄ້າມະນຸດ:1300
WhatsApp:020 2288 1300
ເພາະໄພຄ້າມະນຸດ ບໍ່ແມ່ນເລື່ອງຂອງຄົນໃດຄົນໜຶ່ງ, ແຕ່ແມ່ນເລື່ອງຂອງພວກເຮົາທຸກຄົນທີ່ຈະຕ້ອງຊ່ວຍກັນເປັນຫູເປັນຕາ ແລະ ປົກປ້ອງຄອບຄົວຂອງເຮົາໃຫ້ປອດໄພ!
ທີ່ມາ: ຄວາມສະຫງົບ.


