1.ດ້ານປະຊາຊົນ ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ
ການສ້າງບຸກຄະລາກອນແຫ່ງອະນາຄົດ: ເນັ້ນການສືບຕໍ່ແຈກທຶນການສຶກສາ “Australia Awards” ຢ່າງຕໍ່ເນື່ອງໃນທຸກໆປີ ເພື່ອສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ກັບມາພັດທະນາປະເທດຊາດໄດ້ໄລຍະຍາວ.
ບໍ່ຖິ້ມໃຜໄວ້ທາງຫຼັງ: ຍຶດໝັ້ນໃນຫຼັກຄວາມເທົ່າທຽມ ໂດຍເປີດໂອກາດທາງການສຶກສາ ແລະ ການຈ້າງງານໃຫ້ທົ່ວເຖິງ ນັບຕັ້ງແຕ່ຄົນເສຍອົງຄະ ຈົນໄປເຖິງປະຊາຊົນທີ່ຢູ່ຫ່າງໄກສອກຫຼີກ. ພ້ອມທັງຍົກສູງບົດບາດແມ່ຍິງ ສົ່ງເສີມໃຫ້ແມ່ຍິງໄດ້ມີໂອກາດໃນການເປັນຜູ້ນຳ ແລະ ໂອກາດທີ່ຈະໄດ້ເຮັດສິ່ງຕ່າງໆຫຼາຍຂຶ້ນ.
ສຸຂະພາບ ແລະ ການຈະເລີນພັນ: ເຮັດໃຫ້ຄົນລາວສາມາດເຂົ້າເຖິງການປິ່ນປົວທີ່ມີຄຸນນະພາບຂຶ້ນ, ການໃຫ້ວັກຊີນຕາມເກນອາຍຸ ແລະ ການໃຫ້ຄວາມຮູ້ທີ່ຖືກຕ້ອງໃນເລື່ອງການຄຸມກຳເນີດທີ່ປອດໄພ, ການເບິ່ງແຍງແມ່ ແລະ ເດັກເກີດໃໝ່ ເພື່ອຫຼຸດອັດຕາການເສຍຊີວິດຂອງແມ່ຍິງ ແລະ ເດັກນ້ອຍ ພ້ອມທັງສົ່ງເສີມການວາງແຜນຄອບຄົວໃຫ້ຢ່າງປອດໄພ.
2.ດ້ານເສດຖະກິດ ການຄ້າ ແລະ ການລົງທຶນ
ຍຸດທະສາດຂັບເຄື່ອນເສດຖະກິດ 2040: ໃຊ້ນະໂຍບາຍ Southeast Asia Economic Strategy to 2040 ເປັນຫຼັກໃນການເພີ່ມເງິນລົງທຶນ, ພັດທະນາໂຄງສ້າງພື້ນຖານ (ຫົນທາງ, ຂົນສົ່ງ) ແລະ ເປີດຊ່ອງທາງໃຫ້ລາວສົ່ງສິນຄ້າອອກສູ່ຕະຫຼາດອົດສະຕຣາລີໄດ້ຢ່າງມີປະສິດທິພາບ.
ພາສີສິນຄ້າ: ຫຼຸດພາສີນຳເຂົ້າ ແລະ ສົ່ງອອກໃຫ້ເຫຼືອໜ້ອຍທີ່ສຸດ ຫຼື ບໍ່ມີເລີຍ ເພື່ອອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນລະຫວ່າງປະເທດ.
ປ່ຽນຜ່ານເຂົ້າສູ່ລະບົບດິຈິຕອລ: ລາວເລີ່ມປ່ຽນຜ່ານເຂົ້າສູ່ລະບົບດິຈິຕອລ ທັງທະນາຄານ, ບັດປະຈຳຕົວ…ຊ່ວຍໃຫ້ປະເທດລາວປ່ຽນຜ່ານເຂົ້າສູ່ຈຸດດັ່ງກ່າວໄດ້ງ່າຍ ແລະ ປອດໄພຂຶ້ນ. ພ້ອມກັນນັ້ນ, ກໍໄດ້ຂະຫຍາຍເຄືອຂ່າຍອິນເຕີເນັດ ໃຫ້ປະຊາຊົນລາວໃນທຸກຂົງເຂດ ສາມາດເຂົ້າເຖິງອິນເຕີເນັດໄດ້ທົ່ວເຖິງ.
3.ດ້ານການປ່ຽນແປງສະພາບອາກາດ ສິ່ງແວດລ້ອມ ແລະ ພະລັງງານ
ການສ້າງປະເທດສີຂຽວ: ການນຳໃຊ້ພະລັງງານລົມ ແລະ ພະລັງງານແສງອາທິດ (Solar cell) ມາໃຊ້ຮ່ວມກັບພະລັງງານນ້ຳ ເພື່ອຫຼີກລ່ຽງການການໃຊ້ຊັບພະຍາກອນນ້ຳພຽງຢ່າງດຽວ ແລະ ສ້າງຄວາມໝັ້ນຄົງທາງພະລັງງານ.
ການບໍລິຫານນ້ຳຢ່າງເປັນລະບົບ: ຈັດສັນການໃຊ້ຊັບພະຍາກອນນ້ຳຢ່າງມີປະສິດຕິພາບ ເພື່ອປ້ອງກັນ ແລະ ຫຼຸດຜ່ອນບັນຫາໄພແຫ້ງແລ້ງຢ່າງຢັ້ງຢືນ.
ລະບົບເຕືອນໄພລ່ວງໜ້າ (Early Warning System): ຕິດຕັ້ງເຕັກໂນໂລຊີເຕືອນໄພລ່ວງໜ້າກ່ອນເກີດໄພພິບັດທາງທຳມະຊາດ ເພື່ອໃຫ້ປະຊາຊົນ ແລະ ຊາວກະສິກອນ ສາມາດກຽມໂຕຮັບມື ຫຼຸດຜ່ອນຄວາມເສຍຫາຍໄດ້ທັນເວລາ.
4.ດ້ານການປ້ອງກັນປະເທດ ແລະ ການນຳໃຊ້ກົດໝາຍ
ຮ່ວມມືກັນປາບປາມສິ່ງຜິດກົດໝາຍຂ້າມຊາດ: ຮ່ວມມືກັນຢ່າງໃກ້ຊິດ (Bali Process) ເພື່ອແລກປ່ຽນຂໍ້ມູນຂ່າວສານກັນເພື່ອທຳລາຍເຄືອຂ່າຍການຄ້າມະນຸດ, ຢາເສບຕິດ ແລະ ການຟອກເງິນຢ່າງວ່ອງໄວ.
ຍົກລະດັບຄວາມປອດໄພທາງໄຊເບີ (Cyber Security): ໃນຍຸກທີ່ປະເທດລາວກຳລັງປ່ຽນຜ່ານສູ່ລະບົບດິຈິຕອນ, ເພິ່ນໄດ້ເນັ້ນໜັກການເຝິກອົບຮົມໃຫ້ກັບພາກສ່ວນທີ່ກ່ວວຂ້ອງກັບຂໍ້ມູນດິຈິຕອນ ເພື່ອໃຫ້ຮູ້ທັນ ແລະ ຮັບມືຈາກການແຮັກເກີ (Hacker) ໄດ້ທັນເວລາ ເຮັດໃຫ້ຂໍ້ມູນຂອງປະຊາຊົນປອດໄພ ແລະ ບໍ່ຖືກລັກໄປໃຊ້ໃນທາງທີ່ບໍ່ດີ.


