ເຕືອນໄພ ຢາເສບຕິດໍະນິດໃຫມ່ (LSD) ຫຼື ເອີ້ນກັນວ່າ “ສະແຕມເມົາ” ເບິ່ງຄືກາຕູນໜ້າຮັກ ແຕ່ອັນຕະລາຍສູງ

ລອງນຶກພາບເບິ່ງວ່າ… ມື້ໜຶ່ງລູກຫຼານຂອງທ່ານຍ່າງກັບມາເຮືອນພ້ອມກັບແຜ່ນສະຕິກເກີ ຫຼື ເຈ້ຍລາຍກາຕູນສີສັນສົດໃສທີ່ເບິ່ງແລ້ວໜ້າຮັກ. ໃນຖານະຜູ້ປົກຄອງ, ພວກເຮົາອາດຈະຄິດວ່າມັນເປັນພຽງຂອງຫຼິ້ນທຳມະດາ ຫຼື ຂອງສະສົມທີ່ເດັກນ້ອຍມັກ… ແຕ່ໃຜຈະຮູ້ວ່າ ພາຍໃຕ້ຮູບພາບກາຕູນທີ່ແສນໜ້າຮັກນັ້ນ ຄືຢາເສບຕິດຊະນິດຮຸນແຮງທີ່ພ້ອມຈະທຳລາຍລະບົບປະສາດ ແລະ ອາດອັນຕະລາຍເຖິງຊີວິດ!

ນີ້ບໍ່ແມ່ນເລື່ອງໄກຕົວອີກຕໍ່ໄປ, ເພາະປະຈຸບັນ ຂະບວນການຄ້າຢາເສບຕິດໄດ້ປ່ຽນແຜນໃໝ່ ໂດຍແນໃສ່ກຸ່ມເດັກນ້ອຍ ແລະ ເຍົາວະຊົນໂດຍກົງ ດ້ວຍການອຳພາງຢາເສບຕິດໃຫ້ມາໃນຮູບແບບທີ່ເດັກນ້ອຍເຂົ້າເຖິງງ່າຍ ພາຍໃຕ້ຊື່ທີ່ເອີ້ນກັນວ່າ “ສະແຕມເມົາ” (LSD).

“ສະແຕມເມົາ” ຫຼື LSD ແມ່ນຫຍັງກັນແທ້?

LSD (Lysergic Acid Diethylamide) ແມ່ນຢາເສບຕິດໃຫ້ໂທດປະເພດ 1 ທີ່ອອກລິດຫຼອນປະສາດຢ່າງຮຸນແຮງ.

ວິທີການຜະລິດຂອງພວກກຸ່ມຄົນບໍ່ດີ ແມ່ນມັກຈະເອົາສານເສບຕິດນີ້ໄປຢອດລົງເທິງ ເຈ້ຍຊັບນໍ້າ (Blotter Paper) ແລ້ວຕັດເປັນແຜ່ນນ້ອຍໆ ຄ້າຍຄືກັບສະແຕມໄປສະນີ. ພ້ອມທັງມີການພິມລວດລາຍກາຕູນ ຫຼື ສີສັນສົດໃສ ເຮັດໃຫ້ເດັກນ້ອຍລົງເຊື່ອ ແລະ ເຂົ້າໃຈຜິດຄິດວ່າເປັນພຽງຂອງຫຼິ້ນ, ຂອງສະສົມ ຫຼື ສະຕິກເກີ (Sticker) ທຳມະດາ.

ອັນຕະລາຍທີ່ເຊື່ອງຊ້ອນ ເມື່ອເສບເຂົ້າໄປ

ຫາກເດັກນ້ອຍຫຼົງສຳຜັດ ຫຼື ເສບເຂົ້າໄປ ຈະສົ່ງຜົນກະທົບທີ່ຮ້າຍແຮງດັ່ງນີ້:

– ຫຼອນປະສາດຂັ້ນຮຸນແຮງ: ຜູ້ເສບຈະເຫັນພາບ ຫຼື ໄດ້ຍິນສຽງທີ່ບໍ່ມີຢູ່ຈິງ.

– ການຮັບຮູ້ຜິດພ້ຽນ: ຂາດສະຕິ ແລະ ສູນເສຍການຄວບຄຸມຕົນເອງຢ່າງສິ້ນເຊີງ.

– ວິຕົກກັງວົນ: ມີອາການຫວາດລະແວງ ແລະ ຕື່ນຕົກໃຈຢ່າງຮຸນແຮງ.

– ສ່ຽງຕໍ່ການກໍ່ເຫດ: ອາດທຳຮ້າຍຕົນເອງ ແລະ ຜູ້ອື່ນທີ່ຢູ່ອ້ອມຂ້າງໂດຍບໍ່ຮູ້ຕົວ.

ຜົນກະທົບໄລຍະຍາວ: ອາດເຮັດໃຫ້ເກີດອຸບັດເຫດຮ້າຍແຮງເຖິງແກ່ຊີວິດ ແລະ ສົ່ງຜົນກະທົບອັນຕະລາຍຕໍ່ສຸຂະພາບຈິດຢ່າງຖາວອນ.

ວິທີປົກປ້ອງລູກຫຼານ (ສິ່ງທີ່ຜູ້ປົກຄອງຄວນເຝົ້າລະວັງ)

ໃຫ້ຄວາມຮູ້: ໝັ່ນອະທິບາຍ ແລະ ສອນໃຫ້ເດັກນ້ອຍຮັບຮູ້ເຖິງອັນຕະລາຍຂອງຢາເສບຕິດຮູບແບບໃໝ່ໆ.

– ເຕືອນສະຕິຢ່າງຈິງຈັງ: ສອນເດັກນ້ອຍບໍ່ໃຫ້ຮັບເອົາເຄື່ອງຫຼິ້ນ, ເຈ້ຍ, ຫຼື ເຂົ້າໜົມຈາກຄົນແປກໜ້າຢ່າງເດັດຂາດ.

– ລະມັດລະວັງເປັນພິເສດ: ຫາກພົບເຫັນເຈ້ຍ ຫຼື ແຜ່ນລາຍກາຕູນທີ່ບໍ່ຮູ້ແຫຼ່ງທີ່ມາຊັດເຈນ ແມ່ນບໍ່ຄວນສຳຜັດ ຫຼື ທົດລອງໃຊ້.

– ໃສ່ໃຈດູແລ: ສັງເກດພຶດຕິກຳທີ່ຜິດປົກກະຕິຂອງລູກຫຼານ ແລະ ໝັ່ນໂອ້ລົມເພື່ອສ້າງຄວາມເຂົ້າໃຈໃນຄອບຄົວຢ່າງສະໝໍ່າສະເໝີ.

ສຽງເຕືອນຈາກພາກສ່ວນກ່ຽວຂ້ອງ

ຂະບວນການຄ້າຢາເສບຕິດໄດ້ມີການປັບປ່ຽນຮູບແບບ ແລະ ບັນຈຸພັນ (Packaging) ເພື່ອດຶງດູດເດັກນ້ອຍ ແລະ ຫຼີກລ່ຽງການກວດກາຈາກເຈົ້າໜ້າທີ່. ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນ ບໍ່ວ່າຈະເປັນຜູ້ປົກຄອງ, ຄູອາຈານ ແລະ ສະຖານສຶກສາ ໃຫ້ຮ່ວມກັນເປັນຫູເປັນຕາ, ສ້າງພູມຄຸ້ມກັນ ແລະ ໃຫ້ຄວາມຮູ້ແກ່ລູກຫຼານ ເພື່ອບໍ່ໃຫ້ພວກເຂົາຕົກເປັນເຫຍື່ອ.

ຊ່ອງທາງແຈ້ງເບາະແສຢາເສບຕິດ

ສາຍດ່ວນ: 1510

(ຢາເສບຕິດທຳລາຍຊີວິດ ແຕ່ພວກເຮົາສາມາດປ້ອງກັນໄດ້ດ້ວຍຄວາມຮູ້ ແລະ ຄວາມໃສ່ໃຈ ປົກປ້ອງລູກຫຼານຂອງທ່ານຕັ້ງແຕ່ມື້ນີ້)

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles