ອີງຕາມການລາຍງານຫຼ້າສຸດຈາກ Asian Development Bank – 2026 Basic Statistics Report: ເປີດເຜີຍໃຫ້ເຫັນເຖິງອັດຕາການຈະເລີນພັນ ຫຼື ອັດຕາການເກີດ ຂອງປະຊາກອນ ໃນພູມິພາກອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເຊິ່ງພົບວ່າມີຄວາມແຕກຕ່າງກັນຢ່າງຈະແຈ້ງໃນແຕ່ລະປະເທດ.
ສໍາລັບ ສປປ ລາວ ເຮົາ ຖືວ່າຢູ່ໃນກຸ່ມທີ່ມີອັດຕາການເກີດສູງເປັນອັນດັບ 3 ຂອງພູມິພາກ! ໂດຍສະເລ່ຍຜູ້ຍິງລາວ 1 ຄົນ ມົນມີລູກ 2.4 ຄົນ ເຊິ່ງເປັນຕົວເລກທີ່ສູງ ແລະ ສະແດງໃຫ້ເຫັນເຖິງກຳລັງແຮງງານໃນອະນາຄົດທີ່ຍັງມີທ່າອ່ຽງເຕີບໂຕຢ່າງຕໍ່ເນື່ອງ.
ມາເບິ່ງສະຖິຕິອັດຕາການເກີດລູກໃນອາຊຽນ (ສະເລ່ຍຕໍ່ຜູ້ຍິງ 1 ຄົນ):
ຕີມໍ ເລສເຕ: 2.6 ຄົນ (ສູງສຸດໃນພູມິພາກ)
ກຳປູເຈຍ: 2.5 ຄົນ
ສປປ ລາວ: 2.4 ຄົນ
ອິນໂດເນເຊຍ: 2.1 ຄົນ.
ມຽນມາ: 2.1 ຄົນ.
ຟີລິບປິນ: 1.9 ຄົນ.
ຫວຽດນາມ: 1.9 ຄົນ.
ບຣູໄນ: 1.7 ຄົນ.
ມາເລເຊຍ: 1.5 ຄົນ.
ໄທ: 1.2 ຄົນ.
ສິງກະໂປ: 1.0 ຄົນ (ໜ້ອຍທີ່ສຸດ).
ຂໍ້ມູນດັ່ງກ່າວຊີ້ໃຫ້ເຫັນວ່າ ຫຼາຍປະເທດໃນອາຊີຕາເວັນອອກສ່ຽງໃຕ້ ເລີ່ມປະເຊີນກັບບັນຫາອັດຕາການເກີດທີ່ຫຼຸດລົງຢ່າງຕໍ່ເນື່ອງ
ເຊິ່ງຈະສົ່ງຜົນກະທົບໄລຍະຍາວຕໍ່ການເຕີບໂຕຂອງປະຊາກອນ, ການຂາດແຄນກຳລັງແຮງງານ ຕະຫຼອດຮອດການວາງແຜນພັດທະນາເສດຖະກິດໃນອະນາຄົດ.
ທີ່ມາ: Asian Development Bank – 2026 Basic Statistics Report.


