ສະຫະພັນປິງປອງ ແຫ່ງຊາດລາວ ຂໍເຊີນຊວນແຟນໆ ກິລາປິງປອງ ແລະ ພີ່ນ້ອງຊາວລາວທຸກທ່ານ ຮ່ວມສົ່ງແຮງເຊຍ ແລະ ເປັນເຈົ້າພາບທີ່ດີໃນການຕ້ອນຮັບການແຂ່ງຂັນລະດັບສາກົນ 2 ລາຍການ:
ລາຍການເຍົາວະຊົນ: 4th WTT Youth Contender
ລາຍການທົ່ວໄປ: 2nd WTT Feeder Series 2026
ຕະຫຼອດການແຂ່ງຂັນ 10 ວັນເຕັມນີ້ ແມ່ນຈະໄດ້ດຶງດູດເອົາຜູ້ເຂົ້າຮ່ວມເຖິງ 403 ທ່ານ ຈາກ 22 ປະເທດທົ່ວໂລກ (ລວມມີນັກກິລາ 320 ຄົນ). ສິ່ງທີ່ໜ້າຕື່ນເຕັ້ນຄື ຈຳນວນຜູ້ສະໝັກໃນປະເພດຊາຍລຸ້ນໃຫຍ່ ແມ່ນລົ້ນໂຄຕ້າທີ່ກຳນົດໄວ້! ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມນິຍົມທີ່ເພີ່ມຂຶ້ນ ແລະ ຄວາມສຳຄັນຂອງລາຍການນີ້ໃນເວທີສາກົນ.
ທ່ານນາງ ອໍລະໄທ ສັນຕິຄົງຄາ, ຮອງປະທານສະຫະພັນປິງປອງແຫ່ງຊາດລາວ ໄດ້ຖະແຫຼງການຢືນຢັນຄວາມພ້ອມ ໂດຍເນັ້ນຢ້ຳວ່າ: ການໄດ້ຮັບສິດເປັນເຈົ້າພາບຄັ້ງນີ້ ແມ່ນຍ້ອນ ສປປ ລາວ ໄດ້ຮັບຄວາມໄວ້ວາງໃຈຈາກ ອົງການປິງປອງໂລກ (WTT) ແລະ ສະຫະພັນປິງປອງອາຊີ (ATTU) ຫຼັງຈາກທີ່ເຄີຍຈັດງານແຂ່ງຂັນທີ່ໄດ້ມາດຕະຖານສາກົນມາແລ້ວຢ່າງສຳເລັດຈົບງາມ.
ໃນນາມເຈົ້າພາບ, ສປປ ລາວ ຈະໄດ້ສົ່ງທັບນັກກິລາ ແລະ ຄູຝຶກເຂົ້າຮ່ວມເຖິງ 70 ທ່ານ ໃນລຸ້ນເຍົາວະຊົນ (ອາຍຸ 9-19 ປີ) ແລະ ອີກ 16 ທ່ານ ໃນລຸ້ນທົ່ວໄປ. ງານນີ້ມີການຊີງໄຊກັນເຖິງ 32 ແຊ້ມ ໃນປະເພດດ່ຽວ ແລະ ຄູ່ປະສົມ (ຕັ້ງແຕ່ລຸ້ນ U11, U13, U15, U17, U19 ຈົນເຖິງລຸ້ນທົ່ວໄປ). ນີ້ຄືໂອກາດສຳຄັນທີ່ນັກກິລາລາວຈະໄດ້ປະລອງຝີມືກັບດາວຮຸ່ງ ແລະ ນັກກິລາລະດັບຊັ້ນນຳຈາກທົ່ວໂລກໃນບ້ານຂອງຕົນເອງ!
ວັນທີ: 30 ກໍລະກົດ – 08 ສິງຫາ 2026
ສະຖານທີ່: ສູນການຄ້າໄອເຕັກ ຊັ້ນ 7, ນະຄອນຫຼວງວຽງຈັນ, ສປປ ລາວ
ມາຮ່ວມເຊຍ ແລະ ສ້າງປະຫວັດສາດ ໃຫ້ກິລາປິງປອງ ໃນລາວ ໄປນຳກັນ!
ຮູບພາບ: Lao Table Tennis Federation


