ເກີດເຫດແຜ່ນດິນໄຫວ ຂະໜາດ 7.1 ຣິກເຕີ ເລິກຈາກເທິງໜ້າດິນ 10 ກິໂລແມັດ ຢູ່ແຂວງຄຸມາໂມໂຕະ ເກາະຄິວຊູ ທາງຕອນໃຕ້ຂອງປະເທດຍີ່ປຸ່ນ ໃນເວລາ 16:27 ໂມງ (ຕາມເວລາທ້ອງຖິ່ນ) ຂອງວັນທີ 28 ກໍລະກົດ 2026 ທີ່ຜ່ານມາ. ເຫດການດັ່ງກ່າວສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 13 ລາຍ, ອາຄານເຮືອນຊານພັງທະລາຍ, ເກີດໄຟໄໝ້ຫຼາຍຈຸດ ແລະ ກະທົບຕໍ່ລະບົບໄຟຟ້າ ລວມທັງການຄົມມະນາຄົມຢ່າງໜັກໜ່ວງ.
ທ່ານ ນາງ ຊານາເອະ ທາຄາອິຈິ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ເປີດເຜີຍຄວາມຄືບໜ້າ ເມື່ອເວລາ 08:30 ໂມງ ຂອງວັນທີ 29 ກຸນຍາ ວ່າ: ຕົວເລກຜູ້ເສຍຊີວິດຫລ້າສຸດເພີ່ມຂຶ້ນເປັນ 13 ລາຍ.
ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຢືນຢັນວ່າ ລັດຖະບານຈະລະດົມທຸກກຳລັງ ແລະ ຊັບພະຍາກອນທີ່ມີ ເພື່ອຄົ້ນຫາ ແລະ ຊ່ວຍເຫຼືອຜູ້ເຄາະຮ້າຍໃຫ້ໄວທີ່ສຸດ ແລະ ເພື່ອຮັບມືກັບວິກິດການນີ້, ລັດດຖະບານຍີ່ປຸ່ນໄດ້ເພີ່ມກຳລັງພົນຈາກກອງກຳລັງປ້ອງກັນໂຕເອງ (SDF) ຈາກ 3,600 ນາຍ ເປັນ 4,600 ນາຍ. ຂະນະດຽວກັນ, ເຈົ້າໜ້າທີ່ກູ້ໄພ 170 ນາຍ ກຳລັງເລ່ງປະຕິບັດການຄົ້ນຫາຜູ້ຕິດຄ້າງຢູ່ພາຍໃນຫ້າງສັບພະສິນຄ້າ ອີອອນ ມອນ ຄຸມາໂມໂຕະ (Aeon Mall Kumamoto) ຢ່າງຕໍ່ເນື່ອງ ຫຼັງຈາກຕົວອາຄານໄດ້ຮັບຄວາມເສຍຫາຍຢ່າງໜັກຈາກແຮງສັ່ນສະເທືອນ ແລະ ເຫດລະເບີດທີ່ເກີດຂຶ້ນນຳຫຼັງ.
ທັງນີ້, ແຂວງຄຸມາໂມໂຕະ ເຄີຍປະເຊີນກັບເຫດການແຜ່ນດິນໄຫວຄັ້ງໃຫຍ່ຫຼາຍຸດມາແລ້ວໃນປີ 2016 ໂດຍຄັ້ງນັ້ນມີຜູ້ເສຍຊີວິດເຖິງ 275 ຄົນ, ບາດເຈັບ 2,739 ຄົນ ແລະ ອາຄານເຮືອນຊານເສຍຫາຍຫຼາຍພັນຫຼັງ.
ທີ່ມາ: World Forum


