ອີງຕາມຂໍ້ມູນຈາກ ພະແນກສະຖິຕິກະສິກຳ ແລະ ສິ່ງແວດລ້ອມ, ກົມແຜນການ ແລະ ການຮ່ວມມື ໃຫ້ຮູ້ວ່າ ໃນໄລຍະແຕ່ວັນທີ 1-30 ມິຖຸນາ 2026 ການສົ່ງອອກສິນຄ້າກະສິກຳຜ່ານ ດ່ານສາກົນພູເກືອ ແຂວງອັດຕະປື ຍັງຄົງດຳເນີນໄປຢ່າງຕໍ່ເນື່ອງ ໂດຍສາມາດສົ່ງອອກພືດ, ຜະລິດຕະພັນພືດ ແລະ ຜະລິດຕະພັນໄມ້ ລວມທັງໝົດ 25.754,35 ໂຕນ ຄິດເປັນມູນຄ່າ 23.680.417,27 ໂດລາສະຫະລັດ.
ສິນຄ້າກະສິກຳທີ່ສົ່ງອອກເປັນສ່ວນໃຫຍ່ ປະກອບມີ ເມັດກາເຟ, ແປ້ງມັນຕົ້ນ, ໝາກມ່ວງ, ແກນສາລີບົດ, ຢາງພາລາ, ກາກມັນຕົ້ນ, ໝາກຖົ່ວຂຽວສົດ, ຊາຕົ້ມນ້ຳ, ແປ້ງປະສົມນ້ຳຕານ, ພິກໄທ, ໄມ້ເຄື່ອງໂຕະບູຊາ, ໄມ້ເປືອຍ, ໄມ້ແຄນ, ຢາງຍານຂາວສວນປູກ, ຂີ້ເບຍ ແລະ ໃບຢາສູບແຫ້ງ. ສິນຄ້າເຫຼົ່ານີ້ໄດ້ຖືກສົ່ງອອກໄປຫຼາຍປະເທດ ໂດຍສະເພາະ ສສ ຫວຽດນາມ, ສປ ຈີນ, ເນເທີແລນ ແລະ ຍີ່ປຸ່ນ.
ໃນຈຳນວນປະເທດຄູ່ຄ້າທັງໝົດ ສສ ຫວຽດນາມ ຍັງເປັນຕະຫຼາດຫຼັກຂອງສິນຄ້າກະສິກຳລາວ ໂດຍມີການສົ່ງອອກຫຼາຍປະເພດ ປະກອບດ້ວຍ ກາເຟ 2.277 ໂຕນ, ໝາກນອດ 600 ໂຕນ, ເປືອກບົງ 32 ໂຕນ, ແປ້ງມັນຕົ້ນ 2.708 ໂຕນ, ໝາກໂອ 15 ໂຕນ, ນ້ຳຕານອໍແກນນິກ 35 ໂຕນ, ນ້ຳຕານຊາຍຂາວ 153 ໂຕນ, ກາກນ້ຳຕານ 700 ໂຕນ, ໝາກສົ້ມໂອ (ໝາກກ້ຽງໃຫຍ່) 14 ໂຕນ, ໝາກມ່ວງຫິມະພານ 70 ໂຕນ, ຂີ້ຢາງພາລາ 1.068,5 ໂຕນ, ໄມ້ຢາງພາລາ 90 ໂຕນ, ໄມ້ຢາງພາລາແປຮູບ 112,5 ໂຕນ, ໄມ້ສັກສຳເລັດຮູບ 70,1 ໂຕນ ແລະ ໄມ້ວິກ (ໄມ້ອັດ) 2.672,43 ໂຕນ.
ຂະນະດຽວກັນ ສປ ຈີນ ຍັງເປັນຕະຫຼາດສຳຄັນອີກແຫ່ງໜຶ່ງ ໂດຍໃນເດືອນມິຖຸນາ ມີການສົ່ງອອກ ແປ້ງມັນຕົ້ນ 3.641 ໂຕນ ແລະ ໝາກກ້ວຍ 4.125 ໂຕນ.
ນອກຈາກນັ້ນ ຍັງມີການສົ່ງອອກ ນ້ຳຕານຊາຍຂາວ, ນ້ຳຕານອໍແກນນິກ ແລະ ນ້ຳຕານຊາຍອໍແກນນິກ ໄປຍັງ ປະເທດແບນຊິກ ອີກດ້ວຍ.
ຕົວເລກດັ່ງກ່າວ ສະທ້ອນໃຫ້ເຫັນວ່າ ດ່ານສາກົນພູເກືອ ຍັງເປັນເສັ້ນທາງສຳຄັນໃນການສົ່ງອອກສິນຄ້າກະສິກຳຂອງ ສປປ ລາວ ໄປຍັງຕະຫຼາດຕ່າງປະເທດ ໂດຍມີສິນຄ້າຫຼາກຫຼາຍປະເພດ ແລະ ສາມາດສ້າງມູນຄ່າການສົ່ງອອກໄດ້ຫຼາຍກວ່າ 23,68 ລ້ານໂດລາສະຫະລັດ ພາຍໃນເດືອນດຽວ.
ທີ່ມາ: ຂປລ


