ຍຸກນີ້ໃຜໆກໍເວົ້າເຖິງ AI ແຕ່ຈະດີກວ່າບໍ່ ຖ້າເຮົາສາມາດເອົາ AI ມາເປັນຜູ້ຊ່ວຍສ່ວນຕົວ ໃນການສ້າງໂປຣໄຟລ໌ໃຫ້ໂດດເດັ່ນ ແລະ ຄວ້າວຽກທີ່ແມ່ນ ສຳລັບເຮົາ!
ຂ່າວດີສຳລັບຊາວໜຸ່ມ ໄວໜຸ່ມລາວ ! ຂໍເຊີນຊວນເຂົ້າຮ່ວມການຝຶກອົບຮົມອອນລາຍ ຟຣີ! ໃນຫົວຂໍ້: “ການນຳໃຊ້ AI ເພື່ອສ້າງເສັ້ນທາງອາຊີບ” ພາຍໃຕ້ໂຄງການ ASEAN Ahead, ຈັດໂດຍ ASEAN Foundation ແລະ ສະໜັບສະໜູນໂດຍ LinkedIn.
ເຂົ້າຮ່ວມແລ້ວ ທ່ານຈະໄດ້ຮຽນຮູ້ຫຍັງແດ່?
ເຕັກນິກການໃຊ້ AI ເພື່ອປັບແຕ່ງ CV ແລະ Cover Letter ໃຫ້ປັງ ແລະ ຖືກໃຈ HR!
ວິທີກຽມຄວາມພ້ອມສຳລັບການສຳພາດວຽກ ແບບມືອາຊີບ
ການສ້າງ Portfolio ແລະ ສ້າງແບຣນດິ້ງສ່ວນຕົວ (Personal Branding) ໃຫ້ໂດດເດັ່ນ
ລວມເຖິງເຄັດລັບການນຳໃຊ້ AI ໃນພາກປະຕິບັດຕົວຈິງ ອື່ນໆອີກຫຼວງຫຼາຍ!
ງານນີ້ເໝາະສຳລັບໃຜແດ່? (ອາຍຸ 16-35 ປີ)
ນັກສຶກສາມະຫາວິທະຍາໄລ ຫຼື ວິທະຍາໄລ ປີສຸດທ້າຍ
ນັກຮຽນ-ນັກສຶກສາ ສາຍອາຊີວະ (TVET) ຫຼື ຜູ້ທີ່ຮຽນຈົບແລ້ວ
ໄວໜຸ່ມທີ່ກຳລັງວ່າງງານ, ບໍ່ໄດ້ຢູ່ໃນລະບົບການສຶກສາ ຫຼື ບໍ່ທັນມີວຽກເຮັດ (NEET)
ພິເສດສຸດ! ຮຽນຈົບແລ້ວໄດ້ຮັບ ໃບຢັ້ງຢືນ (Certificate) ຈາກທາງໂຄງການໄປເລີຍ!
ຜູ້ໄດ້ຮັບໃບຢັ້ງຢືນ ຈະໄດ້ຮັບ Premium Linkedin 1 ປີ
ຜູ້ໄດ້ຮັບໃບຢັ້ງຢືນ ທີ່ມີຜົນງານໂດດເດັ່ນ ຈະໄດ້ຮັບການຈັບຄູ່ ກັບບໍລິສັດໃຫຍ່ ໃນລາວ
ແລະ ມີໂອກາດ ເຂົ້າຮ່ວມການຝຶກພິເສດ ແລະ ເຂົ້າຮ່ວມ Job Fair ໃນລະດັບພາກພື້ນ ອາຊຽນ
ລາຍລະອຽດການຈັດງານ:
ຮູບແບບ: ອອນລາຍ (Online) ຜ່ານແອັບ Zoom
ມື້ຝຶກອົບຮົມ: ວັນທີ 06/08/2026
ເວລາ: 19:30 – 21:30 ໂມງ
ປິດຮັບສະໝັກ: ວັນທີ 05/08/2026 ນີ້ເທົ່ານັ້ນ!
ຢ່າປ່ອຍໃຫ້ໂອກາດດີໆໃນການອັບສະກິວ (Up-skill) ຫຼຸດມືໄປ! ມາຮຽນຮູ້ການໃຊ້ເຕັກໂນໂລຊີ ເພື່ອສ້າງອະນາຄົດຂອງທ່ານໄປນຳກັນ.
ສົນໃຈສະໝັກ ດ່ວນ! ຄລິກລີ້ງລຸ່ມນີ້ເລີຍ:


