ໃນຕອນແລງຂອງວັນທີ 28 ກໍລະກົດ 2026 ທີ່ຜ່ານມາ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ 2026.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ກໍລະກົດ 2026 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ເຊິ່ງມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ສັງລວມ 04 ວາລະສຳຄັນ ທີ່ກອງປະຊຸມໄດ້ພິຈາລະນາ:
ວາລະທີ 1: ປະເມີນສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ 2026
ຜົນສຳເລັດ: ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບ; ປະຕິບັດການເກັບລາຍຮັບງົບປະມານໄດ້ 64% ຂອງແຜນການປີ, ລາຍຈ່າຍປະຕິບັດໄດ້ 42%; ຄັງສະສົມເງິນຕາຕ່າງປະເທດກຸ້ມການນຳເຂົ້າບໍ່ຫຼຸດ 5 ເດືອນ; ອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 7.6%.
ສິ່ງທ້າທາຍທີ່ຕ້ອງຮີບຮ້ອນແກ້ໄຂ: ເລັ່ງສະກັດກັ້ນບັນຫາສະແກມເມີ (Scammer), ຢາເສບຕິດ, ອຸປະຕິເຫດ, ບັນຫາໄຟຟ້າຕົກ-ນ້ຳປະປາບໍ່ພໍ, ການລັກລອບຂຸດຄົ້ນຊັບພະຍາກອນ, ການຄຸ້ມຄອງລາຄາສິນຄ້າ ແລະ ການສ້ອມແປງໂຄງລ່າງພື້ນຖານ.
ວາລະທີ 2: ປັບປຸງບັນຊີກິດຈະການຄວບຄຸມ
ເຫັນດີດ້ານຫຼັກການຮັບຮອງເອົາການຫຼຸດບັນຊີກິດຈະການຄວບຄຸມ (ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ) ຈາກ 44 ລາຍການ ມາເປັນ 20 ລາຍການ ເພື່ອເອື້ອອຳນວຍ ແລະ ສອດຄ່ອງກັບທ່າອ່ຽງການພັດທະນາເສດຖະກິດ.
ວາລະທີ 3: ພິຈາລະນາຮ່າງກົດໝາຍ 16 ສະບັບ
ເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍ ທີ່ຈະນຳເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 16 ສະບັບ (ສ້າງໃໝ່ 2 ສະບັບ ແລະ ປັບປຸງ 14 ສະບັບ).
ວາລະທີ 4: ຮັບຮອງຮ່າງນິຕິກຳ 04 ສະບັບ
– ຮ່າງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ.
– ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ.
– ຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ.
– ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ.
ກອງປະຊຸມໄດ້ກຳນົດທິດທາງ ແລະ ມອບໝາຍໃຫ້ຂະແໜງການກ່ຽວຂ້ອງ ເລັ່ງປະຕິບັດວຽກງານດັ່ງນີ້:
ປ້ອງກັນຄວາມສະຫງົບ & ໄພພິບັດ: ເພີ່ມພູນຄວາມເຂັ້ມງວດໃນການແກ້ໄຂປະກົດການຫຍໍ້ທໍ້, ຕິດຕາມ-ຕອບໂຕ້ຂ່າວບິດເບືອນ ແລະ ກະກຽມຄວາມພ້ອມຮອບດ້ານໃນການຮັບມື-ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ.
ການເງິນ-ງົບປະມານ: ເລັ່ງເກັບລາຍຮັບ ແລະ ທວງໜີ້ຕ້ອງຮັບ; ຄົ້ນຄວ້ານະໂຍບາຍຮ້ານຄ້າປອດພາສີໃນຕົວເມືອງ ເພື່ອກະຕຸ້ນການທ່ອງທ່ຽວ; ເລັ່ງສະຫຼຸບນະໂຍບາຍພິເສດພັດທະນາແຂວງຫົວພັນ ແລະ ຜົ້ງສາລີ ໃຫ້ແລ້ວໃນເດືອນສິງຫາ.
ພະລັງງານ & ນ້ຳມັນເຊື້ອໄຟ: ຕິດຕາມລາຄານ້ຳມັນໂລກ, ປ້ອງກັນການກັກຕຸນ; ຄົ້ນຄວ້າທາງເລືອກການລົງທຶນກໍ່ສ້າງ ທໍ່ສົ່ງນ້ຳມັນ ຈາກ ສສ ຫວຽດນາມ ມາ ສປປ ລາວ; ຊຸກຍູ້ການໃຊ້ລົດໄຟຟ້າ (EV); ກວດກາຄວາມປອດໄພຂອງເຂື່ອນ ແລະ ແກ້ໄຂບັນຫາໄຟຟ້າຕົກ-ດັບ.
ໂຄງລ່າງພື້ນຖານ: ເລັ່ງສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທ້ອງຖິ່ນ ທີ່ຖືກອຸທົກກະໄພ ເພື່ອບໍ່ໃຫ້ການສັນຈອນຖືກຕັດຂາດ.
ກະສິກຳ & ສັງຄົມ: ຊຸກຍູ້ການຜະລິດລະດູຝົນ, ເຝົ້າລະວັງພະຍາດພືດ-ສັດ; ກະກຽມການສອບເສັງ ແລະ ເປີດສົກຮຽນໃໝ່ 2026-2027; ແກ້ໄຂບັນຫາການປະລະການຮຽນ; ພັດທະນາສີມືແຮງງານ; ແລະ ເຝົ້າລະວັງພະຍາດຕາມລະດູການ.
ການຕ່າງປະເທດ & ກົດໝາຍ: ຜັນຂະຫຍາຍຜົນການເຄື່ອນໄຫວຕ່າງປະເທດຂອງການນຳ, ກະກຽມເນື້ອໃນຮ່າງກົດໝາຍສະເໜີຕໍ່ສະພາແຫ່ງຊາດ ແລະ ກະກຽມເອກະສານລາຍງານຕໍ່ກົມການເມືອງສູນກາງພັກ ໃນຕົ້ນເດືອນສິງຫານີ້.
ຕອນທ້າຍ: ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ເອົາໃຈໃສ່ນຳເອົາແຜນວຽກຈຸດສຸມ ໄປຜັນຂະຫຍາຍເປັນແຜນປະຕິບັດງານລະອຽດ, ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ແລະ ກຳນົດຄາດໝາຍເວລາສຳເລັດໃຫ້ຊັດເຈນ ເພື່ອໃຫ້ເກີດຜົນເປັນຮູບປະທຳຢ່າງແທ້ຈິງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ


