ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເຖິງບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆທົ່ວປະເທດ ເລື່ອງ ຫ້າມນຳເອົາທະນະບັດ (ເງິນກີບ) ໃບໃໝ່ ໄປວາງຂາຍ ຫຼື ແລກປ່ຽນ ເພື່ອເກງກຳໄລ ໃນທຸກຮູບແບບ.
ທະນາຄານແຫ່ງ ສປປ ລາວ ລະບຸວ່າ ໃນໄລຍະຜ່ານມາ ຍັງພົບເຫັນບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານບາງແຫ່ງ ນຳເອົາທະນະບັດໃບໃໝ່ໄປວາງຂາຍ ຫຼື ແລກປ່ຽນເພື່ອຫາກຳໄລ ໃນຮູບແບບຕ່າງໆ ເຊັ່ນ ວາງຂາຍຕາມຮ້ານຂາຍວັດຖຸມີຄ່າ, ນຳໄປຈັດເປັນຕົ້ນກາລະພຶກເພື່ອຈຳໜ່າຍ ແລະ ການກະທຳອື່ນໆ.
ການກະທຳດັ່ງກ່າວ ຖືວ່າເປັນການກະທຳທີ່ບໍ່ຖືກຕ້ອງ ຂັດຕໍ່ການຮັກສາຄຸນຄ່າຂອງເງິນກີບ ແລະ ຂໍ້ຫ້າມຕາມ ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ (ສະບັບປັບປຸງ) ເລກທີ 47/ສພຊ ລົງວັນທີ 19 ມິຖຸນາ 2018 ພ້ອມທັງອາດສົ່ງຜົນກະທົບຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
ດັ່ງນັ້ນ ທະນາຄານແຫ່ງ ສປປ ລາວ ຈຶ່ງບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆ ໃນ ສປປ ລາວ ນຳເອົາທະນະບັດ (ເງິນກີບ) ໃບໃໝ່ ໄປວາງຂາຍ ຫຼື ແລກປ່ຽນເພື່ອເກງກຳໄລ ໃນທຸກຮູບແບບໂດຍເດັດຂາດ.
ພ້ອມກັນນີ້ ຜູ້ໃດພົບເຫັນການກະທຳດັ່ງກ່າວ ສາມາດແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດປະຈຳທ້ອງຖິ່ນ ເພື່ອເຂົ້າກວດກາ ແລະ ດຳເນີນການຕາມລະບຽບກົດໝາຍ.
ສຳລັບມາດຕະການຕໍ່ຜູ້ຝ່າຝືນ ມີດັ່ງນີ້:
1. ພົບເຫັນຄັ້ງທຳອິດ ຈະຖືກກ່າວເຕືອນ ແລະ ເຮັດບົດບັນທຶກໄວ້ເປັນລາຍລັກອັກສອນ.
2. ພົບເຫັນຄັ້ງທີສອງ ຈະຖືກປັບໄໝ 1.000.000 (ໜຶ່ງລ້ານ) ກີບ.
3. ພົບເຫັນຄັ້ງທີສາມ ຈະຖືກປັບໄໝ 3.000.000 (ສາມລ້ານ) ກີບ.
4. ກໍລະນີຍັງສືບຕໍ່ກະທຳ ຫຼື ກະທຳເປັນອາຈິນ ຈະຖືກປັບໄໝ 20.000.000 (ຊາວລ້ານ) ກີບ.
ທະນາຄານແຫ່ງ ສປປ ລາວ ຈຶ່ງແຈ້ງມາເພື່ອໃຫ້ບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆ ຮັບຊາບ ແລະ ຖືປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.
ທີ່ມາ: ທະນາຄານແຫ່ງ ສປປ ລາວ


