ເຖິງ: ບັນດາສະມາຊິກ ຂອງສະພາການຄ້າຈີນ ປະຈຳ ສປປ ລາວ.
ປັດຈຸບັນນີ້, ອາຊະຍາກຳສໍ້ໂກງທາງໂທລະຄົມມະນາຄົມຂ້າມຊາດ ບໍ່ພຽງແຕ່ໄດ້ທໍາລາຍຜົນປະໂຫຍດຂອງປະຊາຊົນຢ່າງຮ້າຍແຮງ. ທັງໄດ້ສົ່ງຜົນກະທົບອັນໜັກໜ່ວງ ຕໍ່ພາບພົດຂອງວິສາຫະກິດຈີນຢູ່ລາວ ແລະ ສະພາບແວດລ້ອມ ໃນການດໍາເນີນທຸລະກິດ, ສະພາການຄ້າຈີນ ໃຫ້ການ ສະໜັບສະໜູນຢ່າງແຂງແຮງ ຕໍ່ການເຄື່ອນໄຫວໂຈມຕີການສໍ້ໂກງທາງໂທລະຄົມມະນາຄົມ ທີ່ຮ່ວມກັນຈັດຂຶ້ນລະຫວ່າງ ລາວ-ຈີນ ໃນຊ່ວງໄລຍະມໍ່ໆນີ້, ເພື່ອຕອບສະໜອງຕໍ່ການຮຽກຮ້ອງ ກ່ຽວກັບການສົ່ງເສີມການຮ່ວມມືດ້ານຄວາມປອດໄພ ໃນການປະຕິບັດກົດໝາຍໃຫ້ເຂົ້າສູ່ລວງເລິກ ລະຫວ່າງ ລາວ-ຈີນ, ຕັ້ງໜ້າໃຫ້ຄວາມຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງ ຂອງລັດຖະບານລາວ ເພື່ອຈັດການເຄື່ອນໄຫວໂຈມຕີສະເພາະ ສະພາການຄ້າຈີນພວກເຮົາ ຕ້ອງໄດ້ເສີມສ້າງແນວປ້ອງກັນຄວາມປອດໄພໃຫ້ມີຄວາມແຂງແກ່ນ, ທັງນີ້ ກໍເປັນຄວາມຕ້ອງການຕົວຈິງໃນການປົກປ້ອງຜົນປະໂຫຍດຂອງຕົນຢ່າງແທ້ຈິງ ທັງເປັນຄວາມຮັບຜິດຊອບທາງສັງຄົມ ທີ່ວິສາຫະກິດຈີນຕ້ອງໄດ້ປະຕິບັດ.
ເພື່ອຮັບປະກັນ ໃຫ້ວິສາຫະກິດທີ່ເຂົ້າເປັນສະມາຊິກທັງຫຼາຍ ດໍາເນີນທຸລະກິດໃຫ້ຖືກຕ້ອງຕາມກົດໝາຍ, ປ້ອງກັນບໍ່ໃຫ້ເກີດອາຊະຍາກຳຊໍ້ໂກງເກີດຂຶ້ນ, ຈຶ່ງໄດ້ແຈ້ງໃຫ້ຊາບເຖິງສິ່ງທີ່ຕ້ອງປະຕິບັດດັ່ງນີ້:
1. ດຳເນີນການກວດກາສະເພາະ ກ່ຽວກັບຊັບສິນດ້ານອະສັງຫາລິມະຊັບ.
ໃຫ້ບັນດາສະມາຊິກດຳເນີນການກວດກາຢ່າງຮອບດ້ານ ຕໍ່ອະສັງຫາລິມະຊັບທັງໝົດ ທີ່ຕົນເອງຖືຄອງ (ກວມເອົາ ແຕ່ບໍ່ຈຳກັດສະເພາະ ແຕ່ທີ່ດິນ, ໂຮງງານ, ຕຶກຫ້ອງການ, ອາຄານທຸລະກິດ, ຫໍພັກພະນັກງານ, ຫ້ອງຂາຍເຄື່ອງ ແລະ ສາງ ເປັນຕົ້ນ). ຕ້ອງຈັດຕັ້ງປະຕິບັດຕາມຫຼັກການຜູ້ໃດໃຫ້ເຊົ່າ ຕ້ອງເປັນຜູ້ຮັບຜິດຊອບ, ໂດຍມີການກວດກາຕົວຕົນຂອງຜູ້ເຊົ່າທັງສອງຢ່າງ ແລະ ການຈົດທະບຽນໃນຊີວິດປະຈຳວັນ ຢ່າງເຂັ້ມງວດ, ຮັບປະກັນ ບໍ່ໃຫ້ຊັບສິນທີ່ອອກຊື່ຕົນເອງ ຖືກຜູ້ກະທໍາຜິດ ກົດໝາຍສວຍໃຊ້.
2. ຫ້າມອຳນວຍຄວາມສະດວກທາງທຸລະກິດໃດໆສໍາລັບການເຄື່ອນໄຫວ ກໍ່ອາດຊະຍາກາຢ່າງເດັດຂາດ.
ໃຫ້ບັນດາວິສາຫະກິດ ທີ່ເປັນສະມາຊິກທັງຫຼາຍ ແລະ ພະນັກງານທີ່ຢູ່ລາວ ຄວບຄຸມພຶດຕິກໍາທາງທຸລະກິດຂອງຕົນຢ່າງແທ້ຈິງ ໃຫ້ຖືກຕ້ອງຕາມລະບຽບການ, ຫ້າມມີສ່ວນຮ່ວມ, ປ່ອຍປະລະເລີຍ ຫຼື ປົກປິດການເຄື່ອນໄຫວສໍ້ໂກງໃດໆ ໂດຍທາງກົງ ຫຼື ທາງອ້ອມ. ຫ້າມອໍານວຍຄວາມສະດວກໃດໆໃຫ້ກັບກຸ່ມແກ້ງ ຫຼື ບຸກຄົນ ທີ່ຖືກສົງໃສໃນການເຊົ່າສະຖານທີ່, ເຊື່ອມຕໍ່ອິນເຕີເນັດ, ສະໜອງອຸປະກອນ, ເປັນຜູ້ແນະນໍາແຮງງານ ຫຼື ຊຳລະເງິນຢ່າງເດັດຂາດ. ຖ້າໄດ້ພົບເຫັນເບາະແສໃດໆ ກ່ຽວກັບການສໍ້ໂກງໃນການດໍາເນີນທຸລະກິດ, ຈະຕ້ອງແຈ້ງໄປຫາອົງການຍຸຕິທຳຂອງລາວ ແລະ ກອງເລຂາຂອງສະພາການຄ້າຈີນ ທັນທີ່.
3. ປະຕິບັດຂໍ້ກຳນົດ ການປະຕິບັດຕົນຢ່າງເຄັ່ງຄັດ, ຮັກສາຄວາມຊື່ສັດສຸດຈະຫຼິດ.
ເນື່ອງຈາກວ່າສະມາຊິກທັງຫຼາຍຂອງສະພາການຄ້າຈີນ ໄດ້ລົງນາມໃນຂໍ້ກຳນົດ ກ່ຽວກັບການປະຕິບັດຕົນ ສໍາລັບວິສາຫະກິດທີ່ເຂົ້າເປັນສະມາຊິກຂອງສະພາການຄ້າຈີນ. ສະນັ້ນ, ບັນດາວິສາຫະກິດ ຕ້ອງຖືເອົາຄວາມຊື່ສັດສຸດຈະຫຼິດ ເປັນຮາກຖານໃນການຕັ້ງຕົວຂອງຕົນ, ປະຕິບັດຕາມກົດໝາຍຂອງຈີນ ແລະ ລາວ ຢ່າງເຂັ້ມງວດ, ຫ້າມມີພຶດຕິກຳການແຂ່ງຂັນທີ່ບໍ່ຖືກຕ້ອງ ເປັນຕົ້ນແມ່ນການໃຫ້ສິນບົນທາງທຸລະກິດ. ໃຫ້ບັນດາວິສາຫະກິດປັບປຸງການບໍລິຫານພາຍໃນຕື່ມອີກ, ສ້າງຄວາມເຂັ້ມແຂງທາງດ້ານກົດລະບຽບ, ຮ່ວມກັນສ້າງເປັນຕົວແບບດ້ານຄວາມຊື່ສັດສຸດຈະຫຼິດຕາມຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”
4. ສ້າງຄວາມເຂັ້ມແຂງທາງດ້ານກົນໄກການລົງໂທດປັບໃໝ່ ແລະ ການຄັດອອກ.
ສະພາການຄ້າຈີນ ຈະເພີ່ມຄວາມແຂງແຮງໃນການຕິດຕາມກວດກາ ສະພາບການຈັດຕັ້ງປະຕິບັດຂໍ້ການົດການປະຕິບັດຕົນ, ຫາກພົບເຫັນພຶດຕິກຳທີ່ຖືກພິສູດວ່າມີສ່ວນກ່ຽວຂ້ອງກັບການສໍ້ໂກງ, ຜິດກົດລະບຽບ, ໃຫ້ຄວາມຊ່ວຍເຫຼືອໃນການກໍ່ອາດຊະຍາກຳ ຫຼື ຜິດລະບຽບຄວາມຊື່ສັດສຸດຈະຫຼິດ, ທາງສະພາການຄ້າຈີນ ຈະຍົກເລີກສະມາຊິກຂອງຜູ້ກ່ຽວ ຕາມກົດລະບຽບ, ພ້ອມທັງຕັ້ງໜ້າໃຫ້ຄວາມຮ່ວມມືກັບພາກສ່ວນປະຕິບັດກົດໝາຍຂອງລາວ ເພື່ອທວງຄວາມຮັບຜິດຊອບ ທາງກົດໝາຍຂອງຜູ້ກ່ຽວ.


