ທ່ານຮູ້ຫຼືບໍ່ວ່າ ຄັ້ງລ່າສຸດທີ່ກ້ອງດັກຖ່າຍ (Camera Trap) ສາມາດບັນທຶກພາບ “ເສືອໂຄ່ງໃນທຳມະຊາດ” ຢູ່ ສປປ ລາວ ໄດ້ນັ້ນ ແມ່ນຕ້ອງຍ້ອນກັບໄປໃນປີ 2013 ທີ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ… ກວ່າ 13 ປີແລ້ວ ທີ່ສຽງຄຳຮາມຂອງເຈົ້າປ່າອາດຟັງເບິ່ງງຽບເຫງົາໄປ.
ແຕ່ມື້ນີ້ ຄວາມຫວັງຄັ້ງໃໝ່ໄດ້ຖືກຈູດຂຶ້ນອີກເທື່ອ !
ລັດຖະບານ ລາວ ໄດ້ຮັບຮອງເອົາ “ແຜນດໍາເນີນງານຟື້ນຟູເສືອໂຄ່ງແຫ່ງຊາດ ໄລຍະ 10 ປີ (2026–2035)” ເຊິ່ງເປັນແຜນທີ່ນຳທາງ (Roadmap) ລະດັບຊາດ ທີ່ຈະສ້າງເງື່ອນໄຂອັນເໝາະສົມ ເພື່ອພາເສືອໂຄ່ງກັບຄືນສູ່ຜືນປ່າຂອງລາວຢ່າງຍືນຍົງ.
ແຜນ 10 ປີນີ້ ມີຄວາມໜ້າສົນໃຈແນວໃດ?
ລັອກເປົ້າພື້ນທີ່ບູລິມະສິດ: ສຸມໃສ່ “ປ່າສະຫງວນແຫ່ງຊາດນໍ້າປຸຍ” ເປັນອັນດັບທີ 1 (ເນື່ອງຈາກຕິດຊາຍແດນປະເທດໄທ ທີ່ມີປະຊາກອນເສືອໂຄ່ງຢູ່) ແລະ ອີກ 3 ອຸທິຍານແຫ່ງຊາດ (ນໍ້າແອດ-ພູເລີຍ, ນາກາຍ-ນໍ້າເທີນ ແລະ ເຊປຽນ).
ຟື້ນຟູທັງລະບົບ: ບໍ່ແມ່ນແຕ່ເອົາເສືອມາປ່ອຍ ແຕ່ຄືການຟື້ນຟູຖິ່ນທີ່ຢູ່ອາໄສ ແລະ ສັດເຫຍື່ອໃຫ້ອຸດົມສົມບູນ.
ປາບປາມການຄ້າຜິດກົດໝາຍ: ຍົກລະດັບການຄຸ້ມຄອງສະຖານທີ່ລ້ຽງເສືອໂຄ່ງ, ປ້ອງກັນການລັກລອບຄ້າຂາຍ ແລະ ການຄອບຄອງທີ່ຜິດກົດໝາຍ.
ວຽກງານນີ້ຈະເກີດຂຶ້ນບໍ່ໄດ້ເລີຍ ຫາກປາສະຈາກການນຳພາຂອງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ໂດຍສະເພາະກົມປ່າໄມ້) ແລະ ການຮ່ວມມືຈາກອົງການອະນຸລັກຕ່າງໆ ລວມເຖິງ ອົງການ WWF-Laos ທີ່ຈະຄອຍສະໜັບສະໜູນທັງທາງດ້ານວິຊາການ ແລະ ທຶນຮອນ.
ຮ່ວມເປັນສ່ວນໜຶ່ງໃນການສ້າງອະນາຄົດໃຫ້ກັບເສືອໂຄ່ງໃນລາວ!
ອ່ານລາຍລະອຽດຂອງ “ແຜນຟື້ນຟູເສືອໂຄ່ງແຫ່ງຊາດ” ສະບັບເຕັມ (ທັງພາສາລາວ ແລະ ອັງກິດ) ໄດ້ທີ່ລິ້ງ https://www.wwf.org.la//our_work/securing_a_future_for_tigers_in_laos/
ຮູບພາບ:
Ola Jennersten / WWF


