ແຂວງອຸດົມໄຊ ກວດພົບເຊື້ອ HIV 12ຄົນ ຈາກສາວບໍລິການ 264 ຄົນ

ອີງຕາມການລາຍງານຂອງສູນຕ້ານເອດ/ພຕພ ໃນກອງປະຊຸມທົບທວນວຽກງານ HIV/AIDS ແລະ ພຕພ ທີ່ຫ້ອງປະຊຸມ ເຮືອນພັກນາປາກວາງ ເມືອງທຸລະຄົມ ແຂວງວຽງຈັນ​ ທີ່ຈັດຂຶ້ນໃນວັນທີ​ 13 ກໍລະກົດ 2026​ ທີ່ຜ່ານມາ.

ໂຕເລກການຕິດເຊື້ອໃນກຸ່ມສາວບໍລິການ ຂອງ​ ແຂວງອຸດົມໄຊ ແມ່ນໜ້າເປັນຫວງຫຼາຍ ຕາມການລາຍງານ ເຫັນວ່າ: ໃນໄລຍະ​ 6 ເດືອນຕົ້ນປີ 2026 ມີສາວບໍລິການສະເລ່ຍດັ່ງນີ້:

ສາວບໍລິການຄາດຄະເນ: 698 ຄົນ.

ສາວບໍລິການທີ່ໄດ້ຮັບການກວດ HIV: 264 ຄົນ (38%).

ກວດພົບຜູ້ຕິດເຊື້ອ HIV: 12 ຄົນ.​

ອັດຕາການກວດພົບ: 4.55% (12 ຈາກ 264 ຄົນທີ່ໄດ້ກວດ).​

ຂໍ້ມູນນີ້ຊີ້ໃຫ້ເຫັນວ່າ ຍັງມີຄວາມຈຳເປັນຕ້ອງເພີ່ມການເຂົ້າເຖິງການກວດ HIV, ການປ້ອງກັນ, ການໃຫ້ຄຳປຶກສາ ແລະ ການເຂົ້າຮັບການຮັກສາໃຫ້ທັນເວລາ.

ຮູ້ໄວ ກວດໄວ ຮັກສາໄວ = ມີຊີວິດທີ່ແຂງແຮງ.

​ທີ່ມາ: APLPlus Laos

Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles