ໃນປັດຈຸບັນ, ສປປ ລາວ ໄດ້ມີການເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ກັບວຽກງານສາທາລະນະສຸກ ແລະ ສິດທິມະນຸດ. ອີງຕາມ ກົດໝາຍວ່າດ້ວຍການປິ່ນປົວ (ສະບັບປັບປຸງ) ສະບັບເລກທີ 52/ສພຊ, ປີ 2014 (ໃນພາກທີ 3, ມາດຕາ 46, ໜ້າທີ 14) ໄດ້ກຳນົດຢ່າງຈະແຈ້ງວ່າ ການບໍລິຈາກ ແລະ ການປູກຖ່າຍອະໄວຍະວະ ແມ່ນສາມາດປະຕິບັດໄດ້ ພາຍໃຕ້ຫຼັກການມະນຸດສະທຳ ແລະ ຄວາມສະໝັກໃຈຢ່າງແທ້ຈິງຂອງຜູ້ບໍລິຈາກ (ຫຼື ຕ້ອງໄດ້ຮັບການຍິນຍອມຈາກຍາດພີ່ນ້ອງ ໃນກໍລະນີຜູ້ບໍລິຈາກເສຍຊີວິດ). ຈຸດປະສົງຫຼັກແມ່ນເພື່ອຊ່ວຍເຫຼືອປິ່ນປົວຊີວິດມະນຸດດ້ວຍກັນ ໂດຍການກະທຳດັ່ງກ່າວຕ້ອງປາສະຈາກການສະແຫວງຫາຜົນປະໂຫຍດທາງການເງິນ ຫຼື ການຄ້າຢ່າງເດັດຂາດ.
ແຕ່ທັ້ງນີ້ທັ້ງນັ້ນການບໍລິຈາກແມ່ນຕ້ອງດໍາເນີນການຕາມຂັ້ນຕອນ ແລະ ຜ່ານການຮັບຮອງຈາກການແພດກໍຄືກະຊວງສາທາລະນະສຸກຢ່າງເຄັ່ງຄັດ ແລະ ຖືກຕ້ອງຕາມກົດໝາຍ.
ຖ້າຫາກບຸກຄົນໃດໜຶ່ງຫາກໄດ້ມີການລະເມີດສິດ ການຍິນຍອມຕໍ່ຜູ້ບໍລິຈາກ ແມ່ນຈະຜິດກົດໝາຍຢ່າງຮຸນແຮງ ເຊິ່ງອີງຕາມປະມວນກົດໝາຍອາຍາ ໝວດທີ 4 ການກະທໍາຜິດຕໍ່ສິດ ແລະ ເສລີພາບຂອງພົນລະເມືອງ ມາດຕາ 214 ການຂາຍ ຫຼື ລັກອະໄວຍະວະ ຫຼື ເນື້ອເຫຍື່ອ ຂອງຄົນໄດ້ລະບຸໄວ້ວ່າ:
ບຸກຄົນໃດ ຫາກໄດ້ຂາຍອະໄວຍະວະ ຫຼື ເນື້ອເຫຍື່ອຂອງຄົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ເຈັດປີ ແແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.
ບຸກຄົນໃດ ຫາກໄດ້ລັກອະໄວຍະວະ ຫຼື ເນື້ອເຫຍື່ອ ຂອງຄົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝ ແຕ່ 20.000.000 ກີບ ຫາ 70.000.000 ກີບ.
ບຸກຄົນໃດ ຫາກໄດ້ເອົາການຂາຍ ຫຼື ການລັກອະໄວຍະວະ ຫຼື ເນື້ອເຫຍື່ອ ຂອງຄົນ ເປັນອາຈິນ ຫຼື ມີການຈັດຕັ້ງເປັນກຸ່ມ ຫຼື ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ເຈັດປີ ຫາ ສິບສອງປີ ແລະ ຈະຖືກປັບໃໝ ແຕ່ 30.000.000 ກີບ ຫາ 100.000.000 ກີບ. ຜູ້ຊື້,ຜູ້ຂົນສົ່ງ ກໍຈະຖືກລົງໂທດໃນສະຖານດຽວກັນ. ຄວາມພະຍາຍາມກໍ່ການກະທໍາຜິດ ກໍຈະຖືກລົງໂທດ.
Lao Youth Radio


