ບົດບາດຂອງສື່ກະຊວງການເງິນ ຕໍ່ກັບການຄຸ້ມຄອງການເງິນພາກລັດ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່

ທ່ານ ສົມຈິດ ຄຳມຸງຄຸນ, ກຳມະການຄະນະພັກກະຊວງ, ຫົວໜ້າຫ້ອງການ ກະຊວງການເງິນ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ກ່ຽວກັບບົດ ບາດຂອງສື່ກະຊວງການເງິນ ຕໍ່ກັບການຄຸ້ມຄອງການເງິນພາກລັດ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່.

ໃນຍຸກຂອງດີຈິຕອນ ສົງຄາມຂໍ້ມູນຂ່າວສານ, ວຽກງານສື່ໂຄສະນາການເງິນ ຈະບໍ່ໄດ້ເປັນພຽງແຕ່ການລາຍງານຂ່າວແບບທົ່ວໄປ, ແຕ່ຄື “ອາວຸດທາງດ້ານແນວຄິດ” ເພື່ອປ່ຽນແປງຄ່ານິຍົມຂອສັງຄົມ, ປູກຈິດສຳນຶກໃຫ້ທົ່ວປວງຊົນໃນການເປັນສ່ວນໜຶ່ງ ເພື່ອປະກອບສ່ວນພັດທະນາ ແລະ ສ້າງສາປະເທດຊາດ, ເປັນກຳແພງດີຈິຕອນປົກປ້ອງສະຖຽນລະພາບທາງດ້ານການເງິນແຫ່ງລັດ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ.

ສື່ຂ່າວສານການເງິນ ມີບົດບາດເປັນເສນາທິການທີ່ຕັ້ງໜ້າ ໃນການ ເຜີຍແຜ່ນະໂຍບາຍ, ກົດໝາຍ, ນິຕິກຳ ແລະ ແຜນງົບປະມານ. ພ້ອມທັງເປັນ “ຈຸດໃຈກາງ” ໃນການຕອບໂຕ້ຫາງສຽງສັງຄົມຢ່າງວ່ອງໄວ ແລະ ເປັນຂົວຕໍ່ຊີ້ແຈງຂໍ້ຂ້ອງໃຈຂອງປະຊາຊົນ ຜ່ານລະບົບສາຍດ່ວນ 1519 ກະຊວງການເງິນ, 1516 ຂອງລັດຖະບານ ແລະ 156 ຂອງສະພາ ແຫ່ງຊາດ.

ວຽກງານສື່ຂ່າວສານການເງິນ ໄດ້ມີບາດກ້າວຫັນປ່ຽນໄປໃນແຕ່ລະໄລຍະ ຕາມການພັດທະນາ 4 ໄລຍະແຫ່ງການເຕີບໃຫຍ່ ດັ່ງນີ້:

ປີ 1995 : ໄດ້ລິເລີ່ມສ້າງ “ວາລະສານການເງິນ” ສະບັບທຳອິດອອກຮັບໃຊ້ສັງຄົມ.

ປີ 2009 : ໄດ້ຍົກລະດັບສ້າງເວັບໄຊ ແລະ ໜັງສືພິມການເງິນ ເພື່ອເປັນກະບອກສຽງທົ່ວຂະແໜງການເງິນ.

ປີ 2014 ໄດ້ຂະຫຍາຍຊ່ອງທາງສູ່ລາຍການວິທະຍຸ-ໂທລະພາບການເງິນ ອອກອາກາດຜ່ານສະຖານີ ປກສ.

ປີ 2021 – ປັດຈຸບັນ : ໄດ້ມີການຫັນປ່ຽນສູ່ “ສື່ອອນລາຍເຕັມຮູບແບບ” ທີ່ທັນສະໄໝ ແລະ ເຂົ້າເຖິງສັງຄົມໄດ້ວ່ອງໄວ, ສະດວກ ແລະ ທັນການ.

ເພື່ອເປັນການຕອບສະໜອງກັບຍຸກສະໄໝດິຈິຕອນ ແລະ ສ້າງໃບໜ້າໃໝ່ໃຫ້ແກ່ການຄຸ້ມຄອງການເງິນແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ທັນສະໄໝ, ກະຊວງການເງິນ ໄດ້ພັດທະນາ 4 ສື່ຊ່ອງທາງຫຼັກ ແລະ ນຳສະເໜີຂ່າວເຫດການ, ຄຼິບວີດີໂອໂຄສະນາ, ແຈ້ງການ ແລະ ເນື້ອຫາຕ່າງໆທີ່ຕິດພັນກັບຂະແໜງການເງິນອອກເປັນລາຍວັນ, ຊຶ່ງນັບແຕ່ປີ 2021 ທີ່ຫັນເປັນສື່ອອນລາຍເຕັມຮູບແບບ ຄື:

Website : www.mof.gov.la ,

Facebook Page : ກະຊວງການເງິນ,

YouTube Channels : ຂ່າວສານກະຊວງການເງິນ ແລະ MOF Lao,

TikTok Account : ກະຊວງການເງິນ ເປັນຊ່ອງທາງໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນການສົ່ງຕໍ່ຂໍ້ມູນແບບສັ້ນ ແລະ ກະທັດຮັດ.

ນອກຈາກນັ້ນ, ຍັງມີລາຍການ “ການເງິນ ການພັດທະນາ” ທີ່ເຮັດ ໜ້າທີ່ນຳສະເໜີ, ອະທິບາຍ ແລະ ຊີ້ແຈງບັນຫາຕ່າງໆ ທີ່ສັງຄົມໃຫ້ຄວາມສົນໃຈຢ່າງເຈາະເລິກ.

ເພື່ອຕອບສະໜອງກັບໄລຍະໃໝ່, ສື່ຂອງກະຊວງການເງິນ ຈະໄດ້ຫັນບົດບາດໄປສູ່ການເປັນ “ຜູ້ນຳພາແນວຄິດ” ໂດຍສຸມໃສ່ 3 ໜ້າວຽກຫຼັກຄື:

1. ປູກຈິດສຳນຶກຄວາມເປັນເຈົ້າການ: ສ້າງທັດສະນະຄະຕິໃໝ່ໃຫ້ແກ່ສັງຄົມ ເຫັນໄດ້ວ່າ “ການເສຍພາສີ-ອາກອນ ຄືການຮັກຊາດ” ແລະ ເປັນພັນທະຂອງພົນລະເມືອງທຸກຄົນ.

2. ຊຸກຍູ້ການຫັນເປັນທັນສະໄໝ: ສົ່ງເສີມການນຳໃຊ້ລະບົບດີຈິຕອນໃນການເກັບລາຍຮັບເຂົ້າງົບປະມານ ເພື່ອຮັບປະກັນຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້.

3. ເປັນເຈົ້າການປົກປ້ອງຜົນປະໂຫຍດຂອງຊາດ: ຕິດຕາມ, ຊີ້ແຈງ ແລະ ຕອບໂຕ້ຂ່າວປອມ (Fake News) ຢ່າງທັນການ ເພື່ອຮັກສາຄວາມ ເຊື່ອໝັ້ນຂອງສັງຄົມ.

ພາຍໃຕ້ທິດທາງ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ໃນໄລຍະໃໝ່ ສື່ໂຄສະນາກະຊວງການເງິນ ໄດ້ມີການຍົກລະດັບບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໃຫ້ສາມາດຜະລິດສື່ໄດ້ຫຼາກຫຼາຍຮູບແບບ ທັງດ້ານເນື້ອໃນ, ການອອກແບບ ແລະ ເຕັກນິກຕ່າງໆ ໂດຍການຝຶກອົບຮົມວິຊາສະເພາະຢ່າງເປັນປົກກະຕິ ເປັນຕົ້ນແມ່ນການນຳໃຊ້ປັນຍາປະດິດ AI ເຂົ້າມາຮັບໃຊ້ສື່ໂຄສະນາຂ່າວສານ ການເງິນ ໃຫ້ມີຄວາມຫຼາກຫຼາຍແລະ ມີສີສັນ.

ບັນດາຜົນສຳເລັດທີ່ກ່າວມານັ້ນ ຖືເປັນໝາກຜົນອັນຈົບງາມ ແລະ ເປັນບາດກ້າວແຫ່ງການຫັນປ່ຽນຢ່າງຕັ້ງໜ້າ ຂອງສື່ຂະແໜງການເງິນ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານສື່ມວນຊົນທົ່ວປະເທດ ໂດຍຈະສືບຕໍ່ສູ້ຊົນໃຫ້ກາຍເປັນກະບອກສຽງອັນແຫຼມຄົມ, ສາມາດດຶງດູດຄວາມສົນໃຈ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມຢ່າງກວ້າງຂວາງ ເພື່ອສ້າງຄວາມໂປ່ງໃສ ແລະ ເພີ່ມທະວີຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ກັບການຄຸ້ມຄອງການເງິນແຫ່ງລັດໃນໄລຍະໃໝ່; ສືບຕໍ່ພັດທະນາຂີດຄວາມສາມາດຂອງບຸກຄະລາກອນສື່, ຍົກສູງຄຸນນະພາບການຜະລິດສື່ດ້ວຍເຕັກໂນໂລຊີ ທີ່ທັນສະໄໝ, ຫັນປ່ຽນຈາກການຜະລິດຂ່າວເຫດການແບບເກົ່າໄປສູ່ການຜະລິດຂ່າວສານທີ່ມີການວິເຄາະວິໄຈບັນຫາ ແລະ ຮັດແໜ້ນການປະສານງານຮ່ວມມືກັບທຸກພາກສ່ວນສື່ມວນຊົນ ເພື່ອຮັບໃຊ້ສັງຄົມຢ່າງມີປະສິດທິຜົນສູງສຸດ, ຫັນວຽກງານໂຄສະນາຂ່າວສານການເງິນ ໃຫ້ກາຍເປັນແຮງຂັບເຄື່ອນທີ່ໜັກ ແໜ້ນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃຫ້ຂະຫຍາຍຕົວຢ່າງມີສະຖຽນລະພາບ ແລະ ຍືນຍົງ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງແທ້ຈິງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles