ລັດຖະບານລາວ ວາງເປົ້າໝາຍຟື້ນຟູປ່າ 15.4 ລ້ານເຮັກຕາ ພາຍໃນປີ 2030

ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາໄດ້ຕັ້ງຄຳຖາມຕໍ່ລັດຖະບານ ກ່ຽວກັບການຫຼຸດລົງຂອງເນື້ອທີ່ປ່າໄມ້ ທີ່ເກີດຈາກການພັດທະນາໂຄງການຕ່າງໆ ເຊັ່ນ ການຂຸດຄົ້ນບໍ່ແຮ່, ໂຄງການໄຟຟ້າ, ການພັດທະນາກະສິກຳ ແລະ ໂຄງການອື່ນໆ ທີ່ສົ່ງຜົນໃຫ້ເນື້ອທີ່ປ່າໄມ້ຫຼຸດລົງໃນແຕ່ລະປີ.

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງວ່າ ຕາມການສຳຫຼວດໃນປີ 2025 ເນື້ອທີ່ປ່າປົກຫຸ້ມຂອງ ສປປ ລາວ ກວມເອົາ 62.56% ຂອງເນື້ອທີ່ທົ່ວປະເທດ ເພີ່ມຂຶ້ນຈາກປີ 2020 ພຽງ 0.56% ເທົ່ານັ້ນ. ສາເຫດຫຼັກມາຈາກການບຸກລຸກປ່າໄມ້ ແລະ ການຫັນປ່ຽນທີ່ດິນປ່າໄມ້ໄປເປັນດິນປະເພດອື່ນເພື່ອຮອງຮັບໂຄງການພັດທະນາ.

ເພື່ອບັນລຸເປົ້າໝາຍໃຫ້ປ່າປົກຫຸ້ມ 65% ຂອງເນື້ອທີ່ປະເທດພາຍໃນປີ 2030, ລັດຖະບານໄດ້ອອກນິຕິກຳ ແລະ ມາດຕະການຫຼາຍປະການ ລວມທັງການໂຈະການພິຈາລະນາໂຄງການບໍ່ແຮ່ໃໝ່ ພ້ອມກັບສົ່ງເສີມການຟື້ນຟູປ່າດ້ວຍຫຼາຍຮູບແບບ.

ໃນແຜນງານດັ່ງກ່າວ ລັດຖະບານຈະສູ້ຊົນຟື້ນຟູປ່າໂດຍທຳມະຊາດໃຫ້ໄດ້ 520,000 ເຮັກຕາ, ສົ່ງເສີມການປູກໄມ້ອຸດສາຫະກຳອີກ 200,000 ເຮັກຕາ ແລະ ດຳເນີນການສຳຫຼວດ-ຈັດສັນເນື້ອທີ່ປ່າໄມ້ປະມານ 14.7 ລ້ານເຮັກຕາ ເພື່ອໃຫ້ບັນລຸເປົ້າໝາຍ 15.4 ລ້ານເຮັກຕາ ຫຼື 65% ຂອງເນື້ອທີ່ປ່າທົ່ວປະເທດ ໃນປີ 2030.

ພ້ອມກັນນີ້ ລັດຖະບານຈະເລັ່ງເກັບລາຍຮັບເຂົ້າກອງທຶນຟື້ນຟູປ່າ ແລະ ປູກປ່າທົດແທນ ຈາກໂຄງການພັດທະນາຕ່າງໆ ທີ່ໄດ້ຮັບການຮັບຮອງ ໂດຍໃຫ້ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ເປັນເຈົ້າການປະສານງານຮ່ວມກັບພາກສ່ວນກ່ຽວຂ້ອງ.

ນອກຈາກນັ້ນ ຍັງຈະຄຸ້ມຄອງ ແລະ ຈັດສັນງົບປະມານ 11 ຕື້ກີບ ທີ່ໄດ້ອະນຸມັດໄວ້ ເພື່ອນຳໃຊ້ໃນການຟື້ນຟູປ່າ ແລະ ປູກປ່າທົດແທນ ໃຫ້ເກີດຜົນເປັນຮູບປະທຳ ແນໃສ່ບັນລຸເປົ້າໝາຍປ່າປົກຫຸ້ມ 65% ຂອງປະເທດ ພາຍໃນປີ 2030.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles