ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026 ວ່າ ການຫັນລະບົບຄຸ້ມຄອງການເກັບລາຍຮັບງົບປະມານເປັນທັນສະໄໝ ໄດ້ສ້າງຜົນຄືບໜ້າຢ່າງເປັນຮູບປະທຳ.
ພາຍຫຼັງການນຳໃຊ້ລະບົບຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ (TaxRIS) ທີ່ຄຸ້ມຄອງຫົວໜ່ວຍວິສາຫະກິດຫຼາຍກວ່າ 195.000 ຫົວໜ່ວຍ, ເຮັດໃຫ້ການຄຸ້ມຄອງ ແລະ ຕິດຕາມການເກັບລາຍຮັບຜ່ານລະບົບ ເພີ່ມຂຶ້ນ 251% ເມື່ອທຽບກັບກ່ອນນຳໃຊ້ລະບົບ ຫຼື ເພີ່ມສະເລ່ຍຫຼາຍກວ່າ 20% ຕໍ່ປີ.
ທ່ານກ່າວວ່າ ກ່ອນປີ 2020 ການຈັດເກັບລາຍຮັບສ່ວນໃຫຍ່ຍັງເປັນການຮັບເງິນສົດ. ແຕ່ຫຼັງຈາກກະຊວງການເງິນຜັນຂະຫຍາຍລະບົບທັນສະໄໝ ຄວບຄູ່ກັບການຈັດຕັ້ງວາລະແຫ່ງຊາດດ້ານເສດຖະກິດ-ການເງິນ ຕາມຄຳສັ່ງເລກທີ 18/ນຍ ແລະ ດຳລັດເລກທີ 205, ປັດຈຸບັນການຈັດເກັບຜ່ານລະບົບທະນາຄານ ແລະ ເຄື່ອງມືທັນສະໄໝອື່ນໆ ກວມເຖິງ 95% ຂອງລາຍຮັບທັງໝົດ ຂະນະທີ່ການຮັບເງິນສົດເຫຼືອພຽງ 5%.
ນອກຈາກນັ້ນ ການຫັນເປັນທັນສະໄໝຂອງຂະແໜງພາສີ ຍັງຊ່ວຍໃຫ້ລາຍຮັບເພີ່ມຂຶ້ນສະເລ່ຍ 34% ຕໍ່ປີ ໃນໄລຍະ 3 ປີຜ່ານມາ. ປັດຈຸບັນ ລະບົບກຳລັງນຳໃຊ້ຢູ່ນະຄອນຫຼວງວຽງຈັນ ແລະ ຈະຂະຫຍາຍໄປທົ່ວປະເທດ.
ສຳລັບການຈັດເກັບອາກອນຈາກການຄ້າອອນລາຍ (Digital Tax) ໂດຍສະເພາະບໍລິສັດຕ່າງປະເທດ ເຊັ່ນ Microsoft, Facebook, YouTube, Netflix ແລະ ອື່ນໆ ທີ່ເລີ່ມລົງທະບຽນຕັ້ງແຕ່ທ້າຍປີ 2024 ສາມາດຈັດເກັບລາຍຮັບໄດ້ປະມານ 12 ລ້ານໂດລາສະຫະລັດ.
ພ້ອມກັນນີ້ ລະບົບໃບເກັບເງິນອາກອນເອເລັກໂຕຣນິກ (E-Tax Invoice) ໄດ້ຜັນຂະຫຍາຍສຳເລັດໃນ 4 ພື້ນທີ່ ປະກອບມີ ນະຄອນຫຼວງວຽງຈັນ, ເມືອງວັງວຽງ ແຂວງວຽງຈັນ, ນະຄອນຫຼວງພະບາງ ແລະ ເສັ້ນທາງເລກ 16 ແຂວງຈຳປາສັກ ໂດຍຊ່ວຍເພີ່ມລາຍຮັບໄດ້ຫຼາຍກວ່າ 25 ຕື້ກີບ.
ນອກນັ້ນ ກະຊວງການເງິນຍັງໄດ້ເຊື່ອມຕໍ່ຖານຂໍ້ມູນທີ່ດິນແຫ່ງຊາດ ກັບລະບົບ TaxRIS ສາມາດດຶງຂໍ້ມູນຕອນດິນໄດ້ຫຼາຍກວ່າ 2 ລ້ານຕອນ ແລະ ກຳນົດຕຳແໜ່ງໄດ້ແລ້ວ 1,4 ລ້ານຕອນ, ໂດຍປະຊາຊົນສາມາດນຳໃຊ້ແອັບ “ປັກມຸດ” ແລະ ຊຳລະຄ່າຕ່າງໆຜ່ານທະນາຄານໄດ້. ການຈັດເກັບອາກອນທີ່ດິນ ແລະ ອາກອນລາຍໄດ້ຈາກການຊື້-ຂາຍທີ່ດິນ ຈະເລີ່ມດຳເນີນໃນໄຕມາດ III ຂອງປີ 2026.
ພ້ອມກັນນີ້ ການຜັນຂະຫຍາຍລະບົບການເກັບຄ່າທຳນຽມ ແລະ ຄ່າບໍລິການແບບລວມສູນ ສາມາດນຳເງິນເຂົ້າບັນຊີຄັງເງິນແຫ່ງລັດໄດ້ໂດຍກົງ. ປັດຈຸບັນ ໄດ້ຂະຫຍາຍລະບົບໄປຍັງ 15 ດ່ານສາກົນ ແລ້ວ ແລະ ຈະສືບຕໍ່ຂະຫຍາຍໃຫ້ຄົບຕາມແຜນພາຍໃນປີ 2026 ພ້ອມທັງຂະຫຍາຍໄປຍັງກົມ ແລະ ຂະແໜງການອື່ນໆ ເພື່ອຍົກລະດັບປະສິດທິພາບການຄຸ້ມຄອງລາຍຮັບຂອງລັດ.
ທີ່ມາ: ຂປລ


