ໃນລະຫວ່າງວັນທີ 5-7 ກໍລະກົດ 2026 ເມືອງນາກາຍ ແຂວງຄໍາມ່ວນ ໄດ້ຮັບຜົນກະທົບຈາກອິດທິພົນຂອງພາຍຸໝູນເຂດຮ້ອນ “ໄມສັກ” ສົ່ງຜົນໃຫ້ມີຝົນຕົກໜັກຕໍ່ເນື່ອງໃນຫຼາຍພື້ນທີ່,ເຮັດໃຫ້ລະດັບນ້ຳໃນສາຍນ້ຳຫີນບູນ ( ບໍລິເວນປາກຖ້ຳກອງລໍ-ນາຕານ) ເພີ່ມສູງຂຶ້ນຢ່າງໄວວາ ຈາກ 30 ຊັງຕີແມັດ ພຸ່ງສູງເຖິງ 1,30 ແມັດ ເຮັດໃຫ້ເກີດສະພາບນ້ຳຖ້ວມຂັງ, ໄຫຼຜ່ານເສັ້ນທາງ ແລະ ເຂົ້າຖ້ວມເຮືອນຊານບ້ານຊ່ອງຂອງປະຊາຊົນ.
ເຫດການດັ່ງກ່າວ ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 3 ບ້ານ ຂອງຕາແສງນາຕານ-ເມືອງຫຼວງ ຄື: ບ້ານນາ ຕານ, ບ້ານນາຫ້າງ ແລະ ບ້ານທ່າຂັນແກ້ວ.ນອກຈາກ ນ້ຳຖ້ວມຂັງເຮືອນຊານແລ້ວ,ຍັງສົ່ງຜົນກະທົບຕໍ່ລະບົບໄຟຟ້າທີ່ຕ້ອງໄດ້ຕັດການສະໜອງເພື່ອຄວາມປອດໄພຂອງປະ ຊາຊົນ ຊຶ່ງປະຊາຊົນໃນພື້ນທີ່ດັ່ງກ່າວ ພວມຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນໃນດ້ານນ້ຳດື່ມ ແລະ ນ້ຳໃຊ້ທີ່ສະອາດ. ການເຄື່ອນໄຫວຊ່ວຍເຫຼືອຂອງພາກສ່ວນກ່ຽວຂ້ອງທັນທີ່ ທີ່ໄດ້ຮັບລາຍງານ,ຄະນະກຳມະການຄຸ້ມ ຄອງໄພພິ ບັດຂັ້ນເມືອງ ພ້ອມດ້ວຍການນຳເມືອງ ແລະ ຄະນະຕາແສງນາຕານ-ເມືອງຫຼວງ ໄດ້ສົມທົບກັບກອງບັນຊາການທະຫານເມືອງ ເພື່ອປະຕິບັດງານກູ້ໄພຢ່າງຮີບດ່ວນໃນການຂົນຍ້າຍຊັບສິນທີ່ຈຳເປັນ ແລະ ສັດລ້ຽງຂຶ້ນສູ່ບ່ອນປອດໄພ.

ພ້ອມນັ້ນ, ການນໍາຂັ້ນເມືອງ ຍັງໄດ້ມອບໝາຍໃຫ້ກອງເລຂາຄຸ້ມຄອງໄພພິບັດ ແລະ ວິຊາການລົງຕິດຕາມສະພາບການຢ່າງໃກ້ຊິດ ແລະ ລາຍງານສະຖານະການໃຫ້ຂັ້ນເທິງຮັບຊາບທຸກໆຊົ່ວໂມງ ຊຶ່ງຄະນະກຳມະການຄຸ້ມ ຄອງໄພພິບັດຂັ້ນແຂວງ ແລະ ເມືອງ ກຳລັງເລັ່ງຊອກຫາວິທີທາງເພື່ອໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກໃນເບື້ອງຕົ້ນ.

ໃນປັດຈຸບັນ, ສະພາບຝົນຍັງສືບຕໍ່ຕົກເປັນບາງຊ່ວງ, ລະດັບນ້ຳຫຼຸດລົງ ພຽງເລັກໜ້ອຍ ( ປະມານ 20-30 ຊັງຕີ ແມັດ) ແລະ ຍັງມີລັກສະນະນ້ຳຖ້ວມຂັງ ເນື່ອງຈາກນ້ຳໄຫຼລະບາຍໄດ້ຊ້າ. ສຳລັບມູນຄ່າຄວາມເສຍຫາຍລວມນັ້ນ ທາງການຂອງເມືອງ ຈະໄດ້ລົງກວດກາ ແລະ ປະເມີນຜົນເສຍຫາຍຢ່າງລະອຽດອີກຄັ້ງ ພາຍຫຼັງລະດັບນ້ຳຫຼຸດລົງສູ່ສະພາວະປົກກະຕິ.
ຂໍໃຫ້ພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ ມີສະຕິລະວັງຕົວ ແລະ ຕິດຕາມການແຈ້ງເຕືອນສະພາບອາກາດຢ່າງໃກ້ຊິດ.
ທີ່ມາ: Khammouane News


